ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບຄະນະຜູ້ແທນສະພາກາແດງສາກົນ ແລະ ພາກພື້ນ

(VOVWORLD) - ຕອນບ່າຍວັນທີ 22 ກັນຍາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຕ້ອນຮັບຄະນະຜູ້ແທນສະພາກາແດງ - ກາຊີກວົງເດືອນແດງສາກົນ ແລະ ພາກພື້ນ,

ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບຄະນະຜູ້ແທນສະພາກາແດງສາກົນ ແລະ ພາກພື້ນ - ảnh 1 ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບຄະນະຜູ້ແທນສະພາກາແດງສາກົນ ແລະ ພາກພື້ນ

(ພາບ: TTXVN)

ຄະນະກຳມະການກາແດງສາກົນ ແລະ ບັນດາສະພາກາແດງ - ກາຊີກວົງເດືອນແດງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເນື່ອງໃນໂອກາດທີ່ຄະນະມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມການນຳສະພາກາແດງ - ກາຊີກວົງເດືອນແດງພາກພື້ນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 14, ທີ່ດຳເນີນຢູ່ ຮ່າໂນ້ຍໃນລະຫວ່າງວັນທີ 21-22 ກັນຍາ 2017. ນະທີ່ນີ້, ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ, ໃນຕະຫຼອດໄລຍະແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະພາກາແດງ ຫວຽດນາມ ຍາມໃດກໍ່ໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງສະພາກາແດງ - ກາຊີກວົງເດືອນແດງສາກົນ ແລະ ພາກພື້ນ. ການປະກອບສ່ວນເຫຼົ່ານັ້ນມີຄວາມໝາຍສຳຄັນຕໍ່ການພັດທະນາ ແລະ ການເຕີບໃຫຍ່ເຂັ້ມແຂງຂອງສະພາກາແດງ ຫວຽດນາມ. ທ່ານປະທານປະເທດສະເໜີສະພາກາແດງ - ກາຊີກວົງເດືອນແດງສາກົນ ແລະ ພາກພື້ນ, ຄະນະກຳມະການກາແດງສາກົນ ສືບຕໍ່ເອົາໃຈໃສ່ໜູນຊ່ວຍການເຄື່ອນໄຫວຂອງສະພາກາແດງ - ກາຊີກວົງເດືອນແດງພາກພື້ນອາຊີຕາເວັນອອກສ່ຽງໃຕ້,ໃນນັ້ນມີ ຫວຽດນາມ, ພິເສດແມ່ນໃນຂົງເຂດຄວບຄຸມໄພພິບັດໂດຍອີງໃສ່ປະຊາຄົມ, ຮັບມືໃນສະພາບທີ່ຮີບດ່ວນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາອົງການຈັດຕັ້ງ ແລະ ເຄືອຂ່າຍເຄື່ອນໄຫວກາແດງ - ກາຊິກວົງເດືອນແດງ.

        ຕາງໜ້າຄະນະ, ທ່ານ Xavier Castellanos, ຫົວໜ້າຜູ້ຕາງໜ້າສະພາກາແດງ - ກາຊີກວົງເດືອນແດງສາກົນພາກພື້ນອາຊີ - ປາຊີຟິກຢືນຢັນຄຳໝັ້ນສັນຍາຂອງສະພາໃນການໜູນຊ່ວຍສະພາກາແດງ ຫວຽດນາມ ປະຕິບັດບົດບາດຂອງຕົນເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ