ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດການາດາ

(VOVWORLD) -ຕອນບ່າຍວັນທີ 5 ມິຖຸນາ, ຢູ່ທຳນຽບປະທານປະເທດ ທ່ານປະທານປະເທດເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ທ່ານ Harjit Singh Sajjan, ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 4 - 6 ມິຖຸນາ. 
ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດການາດາ - ảnh 1 ທ່ານປະທານປະເທດເຈີນດ້າຍກວາງ ຕ້ອນຮັບ ທ່ານ Harjit Singh Sajjan, ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນຫນັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະຫນາຢາກເພີ່ມທະວີການພົວພັນກັບ ການາດາ ກວ່າອີກເພື່ອຜົນປະໂຫຍດຂອງແຕ່ລປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ສອງພາກພື້ນ ແລະ ໃນໂລກ. ທ່ານປະທານປະເທດຢືນຢັນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ. ທ່ານປະທານປະເທດເຈີນດ້າຍກວາງ ສະເຫນີ ກະຊວງປອ້ງກັນປະເທດ ສອງປະເທດສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນເພືື່ອຜັນຂະຫຍາຍບັນດາເນື້ອໃນທີ່ສອງຝ່າຍໄດ້ເປັນເອກະພາບຢ່າງມີປະສິດທິຜົນ, ປະກອບສ່ວນນຳການພົວພັນປ້ອງກັນປະເທດສອງປະເທດໃຫ້ກາຍເປັນເສົາຄ້ຳສຳຄັນສອງຝ່າຍ.

        ສ່ວນທ່ານ Harjit Singh Sajjan ແຈ້ງໃຫ້ທ່ານປະທານປະເທດ ເຈີນດ້າຍກວາງຊາບກ່ຽວກັບໝາກຜົນການເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ແລະ ເນັ້ນຫນັກວ່າ ການາດາ ນອນໃນພາກພື້ນ ອາຊີ ປາຊິຟິກ ແລະ ຍາມໃດກໍ່ປາດຖະຫນາຢາກພາກພື້ນມີສະຖຽນລະພາບ. ການາດາ ຍາມໃດກໍ່ສະຫນັບສະຫນູນການແກ້ໄຂຄວາມຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ ຕາມຂໍ້ກຳນົດຂອງກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ