ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານຕາຕັ້ງ

(VOVWORLD) -ວັນທີ 16 ມັງກອນ ຢູ່ທຳນຽບປະທານປະເທດ, ທ່ານ Mohamed Elmurtada Mubarak Ismail Sirad ເອກອັກຄະລັດຖະທູດ ຊູດັງ, ທ່ານ Augusto Morelli Salgado ເອກອັກຄະລັດຖະທູດ ເປຣູ, ທ່ານ Walubita Makan Do ເອກອັກຄະລັດຖະທູດ ຊຳບີ, ທ່ານ Janan Mosazai ເອກອັກຄະລັດຖະທູດ ອາບການີສະຖານ, ທ່ານ Elia George Kai Yamo ເອກອັກຄະລັດຖະທູດ ນາມີບີ, ທ່ານ Heriberto Quispe Charca ເອກອັກຄະລັດຖະທູດ ໂບລີວີ ໄດ້ຍື່ນສານຕາຕັ້ງເຖິງທ່ານປະທານປະເທດ ເຈີນດ້າຍກວາງ. 
ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານຕາຕັ້ງ - ảnh 1ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບ ທ່ານ Mohamed Elmurtada Mubarak Ismail Sirad ເອກອັກຄະລັດຖະທູດ ຊູດັງ

ເມື່ອຕອ້ນຮັບທ່ານເອກອັກຄະລັດຖະທູດ ຊູດັງ, ທ່ານປະທານປະເທດເຈີນດ້າຍກວາງສະເຫນີ ສອງຝ່າຍຄວນສົມທົບກັນໂດຍໄວເພື່ອຈັດຕັ້ງກອງປະຊຸມຄັ້ງໃຫມ່ເພື່ອຍູ້ແຮງການພົວພັນການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ທ່ານປະທານປະເທດ ປາດຖະຫນາຢາກ ຊູດັງ ສືບຕໍ່ສະຫນັບສະຫນູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງຕຳແຫນ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021.

ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ເປຣູ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ ທ່ານເອກອັກຄະລັດຖະທູດ ສະເຫນີ ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນທາງສອງຝ່າຍ ແລະ ຫລາຍຝ່າຍ.  ທ່ານປະທານປະເທດສະເຫນີ ລັດຖະບານ ເປຣູ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາໂຄງການໂທລະຄົມມະນາຄົມ ແລະ ນ້ຳມັນອາຍແກສຂອງບັນດາວິສາຫະກິດຫວຽດນາມ. 

ທີ່ການຕ້ອນຮັບເອກອັກຄະລັດຖະທູດ ຊຳບີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ 2 ປະເທດແລກປ່ຽນ, ລົງນາມໃນເອກະສານຮ່ວມມື ພ້ອມທັງຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອໃຫ້ 2 ຝ່າຍເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ທ່າແຮງເພື່ອຮ່ວມມື. ທ່ານປະທານປະເທດສະເໜີ ຊຳບີ ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021; ຮັບຮູ້ ຫວຽດນາມ ມີຂໍ້ກຳນົດເສດຖະກິດການຕະຫລາດຢ່າງຄົບຖ້ວນ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາບການິດສະຖານ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢັ້ງຢືນວ່າ ນະໂຍບາຍຂອງ ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງວົງຄະນະຍາດສາກົນ ກ່ຽວກັບເລື່ອງສ້າງຕັ້ງຄືນໃໝ່ ແລະ ສ້າງສະພາບການຢູ່ ອາບການິດສະຖານ ເປັນປົກກະຕິ ບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດ ອາບການິດສະຖານ ໃຫ້ຮູ້ວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ນາມີບີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍເພີ່ມທະວີການແລກປ່ຽນວົງເງິນການຄ້າ ແລະ ການລົງທຶນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ກະສິກຳປຸງແຕ່ງ, ສິນໃນນ້ຳ, ຕ່ຳແຜ່ນຕັດຫຍິບ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂບລີວີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດເພື່ອນມິດຢູ່ ອາເມລິກາລາຕິນ ໃນນັ້ນມີ ໂບລີວີ. ທ່ານປະທານປະເທດສະເໜີ 2 ປະເທດເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ