ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ

(VOVWORLD) -ຕອນເຊົ້າວັນທີ 26 ກັນຍາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ.

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ - ảnh 1 (ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອິດສະຣາແອນ

ເຂົ້າຍື່ນສານຕາຕັ້ງ)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອິດສະຣາແອນ, ທ່ານປະທານປະເທດ ເຈີນດ້າຍກວາງຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືຫຼາຍດ້ານກັບອິດສະຣາແອນ. ພ້ອມທັງຊຸກຍູ້ການເຈລະຈາເພື່ອກ້າວໄປເຖິງການລົງນາມໃນສັນຍາການຄ້າເສລີລະຫວ່າງ 2 ປະເທດໃນປີ 2018; ພ້ອມກັນນັ້ນ 2 ຝ່າຍຄວນເພີ່ມທະວີການຮ່ວມມືຕາມທິດລົງທຶນ, ມອບສົ່ງເຕັກໂນໂລຊີໃນຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງ…

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດບັງກະລາເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ ບັງກະລາເທດ ພິຈາລະຈາເປີດກວ້າງການນຳເຂົ້າບັນດາຜະລິດຕະພັນກະເສດ, ສິນໃນນ້ຳ, ເຄື່ອງໃຊ້ສອຍ… ຂອງຫວຽດນາມ ກໍຄືສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເປີດກວ້າງການລົງທຶນຢູ່ ບັງກະລາເທດ. ພ້ອມກັນນັ້ນ, ທ່ານປະທານປະເທດສະເໜີໃຫ້ ບັງກະລາເທດ ສະໜັບສະໜູນຫວຽດນາມ ຮັບສະໝັກເລືອກຕັ້ງເປັນສະມາຊິກຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ແລະ ສະໜັບສະໜູນຫວຽດນາມ ສະໝັກຮັບເລືອກຕັ້ງເຂົ້າດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ UNESCO ອາຍຸການ 2017 – 2021.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດແຟງລັງ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ແຟງລັງ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນ EVFTA ໂດຍໄວ, ພ້ອມທັງປາດຖະໜາວ່າ 2 ປະເທດສືບຕໍ່ຮ່ວມມືໃນຂົງເຂດ ASEM, ພິເສດແມ່ນໃນຂົງເຂດຄຸ້ມຄອງແຫຼ່ງນ້ຳຂ້າມຊາຍແດນຢ່າງມີປະສິດທິຜົນ    .

        ຕໍ່ຈາກນັ້ນ, ທ່ານປະທານປະເທດເຈີນດ້າຍກວາງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂອຕາລິດ ແລະ ເອກອັກຄະລັດຖະທູດກຸບາ ເຊັນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ