ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງປະທານກຸ່ມບໍລິສັດ Huyndai

ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງປະທານກຸ່ມບໍລິສັດ Huyndai - ảnh 1
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາງ
ຕ້ອນ​ຮັບ​ທ່ານ Chung-Yeng-Sun ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ​ Huyndai 


ຕອນ​ບ່າຍ​ວັນ​ທີ 28/2 ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ Chung-Yeng-Sun ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ​ Huyndai ສ.ເກົາ​ຫລີ ທີ່​ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາງ ຢືນ​ຢັນ​ວ່າ ຫວຽດ​ນາມ ຈະ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານ, ປັບ​ປຸບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິ​ດ​ຕ່າງ​ປະ​ເທດ ໃນ​ນັ້ນ​ມີ​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ, ເປີດ​ກ້​ວາງ​ການ​ດຳ​ເນີນ​ທຸ​ລະ​ກິດ, ແລກ​ປ່ຽນ​ຄ້າ​ຂາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍາວ​ນານ​ຢູ່ ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ​ກໍ່​ປາດ​ຖະ​ໜາ​ວ່າ ກຸ່ມ​ບໍ​ລິ​ສັດ Huyndai ເປີດ​ກ້​ວາງ​ການ​ລົງ​ທຶນ, ຮ່ວມ​ມື, ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ; ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຖ່າຍທອດ​ເຕັກ​ໂນ​ໂລ​ຢີ; ຍົກ​ສູງ​ອັດ​ຕາ​ການ​ນຳ​ໃຊ້​ສິນ​ຄ້າ​ທີ່​ຜະ​ລິດ​​ຢູ່​ພາຍ​ໃນ​ປະ​ເທດ ເພື່ອ​​ຍາດ​ແຍ່ງບຸ​ລິ​ມະ​ສິດ​ກ່ຽວ​ກັບ​ພາ​ສີ​ອາ​ກອນ​ຢ່າງ​ສຸດ​ຂີດ; ເພີ່​ມ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ກັບ​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ອື່ນໆ. ພ້ອມ​ທັງ ສືບ​ຕໍ່​ລົງ​ທຶນ​ການ​ຜະ​ລິດ​ລົດ​ໂອ​ໂຕ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ໜູນ​ຊ່ວຍ​ຂະ​ແໜງ​ຜະ​ລິດ​ຕະ​ພັນ​ລົດ​ໂອ​ໂຕ​ຢູ່ ຫວຽດ​ນາມ.

ສ່ວນ​ທ່ານ Chung-Yeng-Sun ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Huyndai ຢືນ​ຢັນ​ວ່າ: ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽ​ດ​ນາມ; ເປີ​ດ​ບັນ​ດາ​ຊຸດ​ຝຶກ​ອົບ​ຮົມ; ຍົກ​ສູງ​ຄຸນ​ນະ​ພາ​ບ​ຜະ​ລິດ​ຕະ​ພັນ. ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ລົງ​ທຶນ​ຍາວ​ນານ, ຍູ້​ແຮງ​ການ​​ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຢີ ແລະ ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ​ຂອງວິ​ສາ​ຫະ​ກິດ.

ຕອບກັບ

ຂ່າວ/ບົດ​ອື່ນ