ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນກັບແບບຢ່າງດີເດັ່ນໃນການປ້ອງກັນຕ້ານຢາເສບຕິດ

ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນກັບແບບຢ່າງດີເດັ່ນໃນການປ້ອງກັນຕ້ານຢາເສບຕິດ - ảnh 1
ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນກັບ
ແບບຢ່າງດີເດັ່ນໃນການປ້ອງກັນຕ້ານຢາເສບຕິດ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 09/12 ຢູ່​ສຳນັກງານ​ປະທານ​ປະ​ເທດ ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ​ເຈີ່​ນດ້າຍ​ກວາງ ມີ​ການ​ພົບ​ປະ​ສັງ​ສັນ​ກັບ​ຄະນະ​ຜູ້​ແທນ​ໝູ່ຄະນະ, ບຸກຄົນ​ດີ​ເດັ່ນ​ກ້າວໜ້າ, ມະຫາຊົນ ​ແລະ ຍາດຕິ​ພີ່ນ້ອງ​ຄອບຄົວ​ດີ​ເດັ່ນ​ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ ​ເຂົ້າ​ໃນ​ຂະ​ບວນການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ. ນີ້​ແມ່ນ​ບັນດາ​ແບບຢ່າງ​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ລາຍການ​ພົບ​ປະ​ສັງ​ສັນ, ​ເຊີດ​ຊູ​ແບບຢ່າງ​ກ້າວໜ້າ​ໃນ​ການ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳຢາ​ເສບ​ຕິດ​ດ້ວຍ​ຫົວ​ຂໍ້ “ຮັກສາ​ໃຫ້​ຊີວິດ​​ສະຫງົບ​ສຸກ” ​​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 09/12/2016 ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ລາຍການ​ພົບ​ປະ​ສັງ​ສັນ, ​ເຊີດ​ຊູ​ມີ​ຜູ້​ແທນດີ​ເດັ່ນ​ກ້າວ​ໜ້າ 132 ຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ພິ​ເສດ​ໃນ​ການ​ປ້ອງກັນ​ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ໃນ​ທົ່ວ​ປະ​ເທດ. ພິ​ເສດ ລາຍການ​ແມ່ນ​ໂອກາດ​ເພື່ອສະ​ແດງ​ຄວາມ​ຮູ້​ບຸນຄຸນ ​ແລະ ​ເຊີດ​ຊູ​ພະນັກງານ, ນັກຮົບ ​ແລະ ມະຫາຊົນ​ລວມ 22 ຄົນ ​ໄດ້​ເສຍສະຫຼະ​ຊີວິດຢ່າງພິລະ​ອາດ​ຫານ​ໃນ​ການ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ອັນ​ໄດ້ນຳ​​ຄວາມ​ສະຫງົບ​ສຸກມາ​ໃຫ້​ຊີວິດ.

 

ຂ່າວ/ບົດ​ອື່ນ