ທ່ານປະທານປະເທດເຈີນດ້າຍກວາງສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງເອທີໂອປີ

(VOVWORLD) -ຕອນເຊົ້າວັນທີ 25 ສິງຫາ ຕາມເວລາ ເອທີໂອປີ, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ພັນລະຍາ ໄດ້ເດີນທາງອອກຈາກນະຄອນຫລວງ Addis Ababa ສິ້ນສຸດການຢ້ຽມຢາມທາງລັດຖະກິດ ເອທີໂອປີ ແຕ່ວັນທີ 23- 25 ສິງຫາ ຢ່າງຈົບງາມ. 

ທ່ານປະທານປະເທດເຈີນດ້າຍກວາງສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງເອທີໂອປີ - ảnh 1ທ່ານປະທານປະເທດເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີ ເອທີໂອປີ Ethiopia Mulatu Teshome

ພາບ:Vietnam+

ພາຍຫລັງສິ້ນສຸດການຢ້ຽມຢາມ ເອທີໂອປີ ທ່ານປະທານປະເທດເຈີນດ້າຍກວາງ ແລະ ພັນທະຍາ ສືບຕໍ່ເດີນທາງໄປຢ້ຽມຢາມທາງລັດຖະກິດ ອີຢີບ ແຕ່ວັນທີ 25- 29 ສິງຫາ ຕາມຄຳເຊີນຂອງທ່ານປະທານາທິບໍດີ ອີຢີບ Abedel Fattah Al Sisi. ການຢ້ຽມຢາມ ອີຢີບ ຂອງທ່ານປະທານປະເທດເຈີນດ້າຍກວາງ ແມ່ນການຢ້ຽມຢາມອີຢີບເປັນຄັ້ງທຳອິດ ຂອງຜູ້ນຳລັດຫວຽດນາມ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1963. ການຢ້ຽມຢາມເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍກ່ຽວກັບທຸກດ້ານຄື: ການເມືອງ ເສດຖະກິດ ການຄ້າ ແລະ ການລົງທຶນ, ວັດທະນະທຳ ແລະ ການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ