ທ່ານປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ185ປີແຫ່ງວັນສ້າງຕັ້ງແຂວງລ້າງເຊີນ

ທ່ານປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ185ປີແຫ່ງວັນສ້າງຕັ້ງແຂວງລ້າງເຊີນ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີ
ສະເຫຼີມສະຫຼອງ185ປີແຫ່ງວັນສ້າງຕັ້ງແຂວງລ້າງເຊີນ

(vovworld) – ​ “ສືບ​ຕໍ່​ການ​ປະຕິ​ຮູບລະບຽບ​ການ​ບໍລິຫານ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຕາມ​ທິດ​ໝູນ​ໃຊ້​ອຳນາດ​ການ​ປົກ​ຄອງ​​ເອ​ເລັກ​​ໂຕ​ນິກ ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ການ​​ເຄື່ອນ​​ໄຫວ​ຂອງ​ບັນດາ​ອົງ​ການບໍລິ​ຫານ​ລັດ, ສ້າງ​ຖັນ​ແຖວ​ພະນັກງານ, ລັດຖະກອນມີອາຊີບພິ​ເສດ​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ລະບອບ​ລັດຖະກອນ, ລັດຖະການ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າທີ່​ໃນ​ສະ​ໄໝ​ຍູ້​ແຮງ​ການຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ”. ນີ້​ແມ່ນ​ຄຳ​ສະ​ເໜີ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົ​ນ ບັນດາ​ເຜົ່າ​ແຂວງ ລ້າງ​ເຊີນ ທີ່ພິທີ​ສະ​ເຫຼີ​ມສະຫຼອງ 185 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ (04/11/1831 – 04/11/2016) ​ຖືກ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 04/11, ຢູ່​ນະຄອນ ລ້າງ​ເຊີນ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ກໍ່​ສະ​ເໜີ​ແຂ​ວງ ລ້າງ​ເຊີນ ສົ່ງ​ເສີມ​ການ​ພັດທະນາ​ອຸດສາຫະກ​ຳທີ່​ມີຂອບ​ຂະໜາດ​ກາງ ​ແລະ ນ້ອຍ ຕິດ​ພັນ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ກົນ​ໄກ, ນະ​ໂຍບາຍ​ໃຫ້​ເໝາະ​ສົມ ​ເພື່ອ​ດຶງ​ດູູດບັນດາ​ໂຄງການ​ໃຫຍ່, ມີ​ເຕັກ​ໂນ​ໂລ​ຢີທີ່ທັນ​ສະ​ໄໝ, ​ເຕັກ​​ໂນ​ໂລ​ຢີສະອາດ. ພ້ອມ​ທັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກ​ຳໜູນ​ຊ່ວຍ, ພັດທະນາ​ອຸດ​ສາ​ຫະກຳ​ການ​ປຸງ​ແຕ່ງ​ຕິດ​ພັນ​ກັບ​ເຂດວັດຖຸ​ດິບ. ຄຽງ​ຂ້າງ​ນັ້ນ ທາງ​ແຂວງ​ຄວນຍາ​ດແຍ່ງ​ບັນດາ​ແຫຼ່ງກຳລັງຢ່າງ​ສຸດ​ຂີດ ​ເພື່ອ​ພັດທະນາ​ໂຄງ​ປະກອບ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ, ສຸມ​ໃສ່​ພັດທະນາ​​ເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ ດົ່ງ​ດັງ - ລ້າງ​ເຊີນ, ສູ້​ຊົນຮອດປີ 2020, ລ້າງ​ເຊີນ ກາຍ​ເປັນ​ສູນ​ບໍລິການ​ຂອງ​​ອະນຸ​ພາກ​ພື້ນ​ຕາ​ເວັນ​ອອກ​ສ່ຽງ​​ເໜືອ. ​ໃນ​ການ​ພັດທະນາ​ວັດທະນະທຳ - ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ, ທ່ານ​ປະທານ​ປະ​ເທດສະ​ເໜີ​ວ່າ​: ​ແຂວງ​ຄວນເອົາ​ໃຈ​ໃສ່​ກ່ວາ​ອີກ ​​ໃນ​ການ​ສ້າງ​ ​ແລະ ພັດທະນາ​ວັດທະນະທຳ, ປະຕິບັດວິຖີ​ຊີວິດ​ສີວິ​ໄລ, ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໄລຍະ 2011 – 2020; ວຽກ​ງານ​ລົບລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນຊີວິດ​ສັງຄົມ ​ແລະ ສະຫວັດ​ດີກາ​ນສັງຄົມຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ