ທ່ານປະທານປະເທດເຈີນດ້າຍກວາງເຂົ້າຮ່ວມສັບປະດາຂັ້ນສູງAPEC2016

ທ່ານປະທານປະເທດເຈີນດ້າຍກວາງເຂົ້າຮ່ວມສັບປະດາຂັ້ນສູງAPEC2016 - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ ເປ​ຣູ Pedro Paplo Kuczynsky 
​ພາບ:TTXVN


(vovworld)- ຕອນ​ບ່າຍ​ວັນ​ທີ 19/11 (ຕາມ​ເວ​ລາ​ຮ່າ​ໂນ້ຍ​ແມ່ນຮຸ່ງ​ເຊົ້າ​ວັນ​ທີ 20/11), ປະ​ທາ​ນາ​ທິ​ບໍ​ດີ ເປ​ຣູ Pedro Paplo Kuczynsky ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ບັນ​ດາ​ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຂອງ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ທີ່​ເຂົ້າ​ຮ່ວ​ມ​ສັ​ບ​ປະ​ດາ​ຂັ້ນ​ສູງ ຄັ້ງ​ທີ 24 ຂອງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ (APEC). ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ເຈີນດ້າຍກວາງ ໄດ້​ເຂົ້າ​ຮ່ວມ​ວາ​ລະ​ໂອ້​ລົມ​ສົນ​ທະ​ນາ ແລະ ວາ​ລະ​ປະ​ຊຸມ​ກັບ​ສະ​ພາ​ທີ່​ປຶກ​ສາ​ການ​ດຳ​ເນີນ​ທຸ​ລະ​ກິດ APEC (ABAC). ບັນ​ດາ​ການ​ນຳ ແລະ ວິ​ສາ​ຫະ​ກິດ ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ ແລະ ຮ່ວມ​ສຳ​ພັນ​ຢູ່​ພາກ​ພື້ນ ອາ​ຊີ​ ປາ​ຊີ​ຟີກ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ພ້ອມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ເກົາ​ຫລີ ແລະ ຜູ້​ຕາງ​ຫນ້າ​ການ​ຄ້າ ອາ​ເມ​ລິ​ກາ ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກ ABAC. ນະ​ທີ່ນີ້ ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ບັນ​ດາ​ວິ​ສາ​ຫະ​ກິດ APEC ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ, ຮ່ວມ​ເດີນ​ທາງ ແລະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃນ​ປີ APEC ຫວຽດ​ນາມ 2017 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ວັດ​ທະ​ນາ​ຖາ​ວອນ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ APEC ແລະ ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປ​າ​ໄສ​ທີ່​ວາ​ລະ​ອັດ​ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ຫະ​ກິດ APEC.

ກ່ອນ​ຫນ້ານັ້ນ, ທ່ານ​ປະ​ທານ​ປະ​ເທດ​ ເຈີນ​ດ້າຍກວາງ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ຂອງ​ບັນ​ດາ​ການ​ນຳ 12 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama. ທ່ານ​ປະ​ທານ​ປະ​ເທດ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ເລື່ອງ​ຜັນ​ຂະ​ຫຍາຍ​ສັນ​ຍາ TPP ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ລະ​ຫວ່າງ 12 ປະ​ເທດສະ​ມາ​ຊິກ ແລະ ຢູ່ ອາ​ຊີ ປ​າ​ຊີ​ຟີກ.


ຕອບກັບ

ຂ່າວ/ບົດ​ອື່ນ