ທ່ານປະທານປະເທດເຈີນດ້າຍກວາງເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເອທີໂອປີ

(VOVWORLD) -ເວລາ 14 ໂມງ ຂອງວັນທີ 23 ສິງຫາ ຕາມເວລາເອທີໂອປີ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ພັນລະຍາ ໄດ້ເດີນທາງເຖິງນະຄອນຫລວງ Addis Ababa ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ເອທີໂອປີ ແຕ່ວັນທີ 23- 25 ສິງຫາ ຕາມຄຳເຊີນຂອງທ່ານປະທານາທິບໍດີ Mulatu Teshome. 
ທ່ານປະທານປະເທດເຈີນດ້າຍກວາງເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເອທີໂອປີ - ảnh 1 ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ປະທານາທິບໍດີ Mulatu Teshome

ພິທີຕ້ອນຮັບຖືກຈັດຂຶ້ນຢ່າງສົມກຽດຢູ່ ສະຫນາມບິນສາກົນ Bole ນະຄອນຫລວງ Addis Ababa.

ຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫລວງ Addis Ababa, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເຈລະຈາກັບປະທານາທິບໍດີ Mulatu Teshome. ນະທີ່ນີ້ ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະປະເທດ, ພາກພື້ນ ກໍຄືທິດທາງ ແລະ ບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍກວ່າອີກ. ສອງຝ່າຍຖືວ່າ ຫວຽດນາມ ແລະ ເອທີໂອປີ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ນີ້ແມ່ນພື້ນຖານສຳຄັນເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ ການຄ້າ ການລົງທຶນ, ພິເສດໃນບັນດາຂົງເຂດສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມຕ້ອງການ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການຮ່ວມມືສະພາແຫ່ງຊາດ, ທ້ອງຖິ່ນ ແລະ ການພົບປະປະຊາຊົນ, ຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ກິລາ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ.

ສິ້ນສຸດການເຈລະຈາ, ທ່ານປະທານປະເທດເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີ Mulatu Teshome ໄດ້ເປັນສັກຂິພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງສອງປະເທດ.

ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ປະທານາທິບໍດີ Mulatu Teshome ໄດ້ມີການພົບປະກັບນັກຂ່າວ ແຈ້ງກ່ຽວກັບໝາກຜົນການເຈລະຈາ. ກ່າວຄຳເຫັນທີ່ການປະຊຸມຂ່າວ ປະທານາທິບໍດີ Mulatu Teshome ໃຫ້ຮູ້ວ່າ: ທີ່ການເຈລະຈາ ສອງຝ່າຍໄດ້ແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການເພື່ອຍູ້ແຮງການຮ່ວມມືສອງຝ່າຍລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທ່ານປະທານາທີບໍດີ ຖືວ່າສອງຝ່າຍມີຄວາມສາມາດບົ່ມຊ້ອນຫລາຍຢ່າງກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ສ່ວນທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ: ກ່ຽວກັບດ້ານການເມືອງ ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ສົ່ງເສີມການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ບັນດາທ້ອງຖິ່ນ ແລະ ພົວພັນແລກປ່ຽນປະຊາຊົນ.

        “ພວກຂ້າພະເຈົ້າຢືນຢັນຄວາມຕັດສິນໃຈສືບຕໍ່ສະຫນັບສະຫນູນເຊິ່ງກັນ ແລະກັນ ເພື່ອຮັບໃຊ້ເປົ້າໝາຍພັດທະນາ ເພື່ອຄວາມກ້າວຫນ້າ, ວັດທະນາຖາວອນຢູ່ພາກພື້ນ ອາຊີ ແລະ ອາຟຼິກາ, ໃນຂອບເຂດ ສປຊ, ຂະບວນການບໍ່ຮ່ວມກຸ່ມ ແລະ ການຮ່ວມມື ໃຕ້ - ໃຕ້. ຫວຽດນາມ ອວຍພອນ ເອທີໂອປີ ໄດ້ມີການປະກອບສ່ວນຕັ້ງຫນ້າຫລາຍຢ່າງໃນບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2017 – 2018, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.”

ກ່ຽວກັບດ້ານເສດຖະກິດ, ທ່ານປະທານປະເທດ ໃຫ້ຮູ້ວ່າ ສອງຝ່າຍຢືນຢັນຄວາມຕັດສິນໃຈຍົກວົງເງິນການຄ້າສອງຝ່າຍໃນໄລຍະຈະມາເຖິງ.

ຕອນຄ່ຳວັນດຽວກັນ, ທ່ານປະທານປະເທດຫວຽດນາມ ໄດ້ພົບປະກັບນາຍົກລັດຖະມົນຕີ ເອທີໂອປີ. ນະທີ່ນີ້ ການນຳສອງທ່ານໄດ້ເຫັນດີ ເພີ່ມທະວີການພົວພັນຮ່ວມມືຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນທາງຝ່າຍພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ການພົບປະແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ