ທ່ານປະທານປະເທດເຈືອງເຕີນຊາງ ເຮັດວຽກກັບສູນກາງສະພາກາແດງຫວຽດນາມ

ທ່ານປະທານປະເທດເຈືອງເຕີນຊາງ ເຮັດວຽກກັບສູນກາງສະພາກາແດງຫວຽດນາມ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ
ເຮັດວຽກກັບສູນກາງສະພາກາແດງຫວຽດນາມ
(ພາບ: TTXVN)

(vovworld) –  ​ ທີ່ການ​ເຮັດ​ວຽກ, ໃນ​ວັນ​ທີ 23 ມີ​ນາ, ​ສະ​ພາ​ກາ​ແດງຫວຽດ​ນາມ ໄດ້ລາຍ​ງານ​ຕໍ່ ທ່ານ​ ປະ​ທານ​ປະ​ເທດ​ ເຈືອງ​ເຕີ໋ນ​ຊາງ ​ກ່ຽວ​ກັບຜົນ​ຂອງ​ວຽກ​ງານກອງ​ປະ​ຊຸມ ປີ 2015  ແລະ ທິດ​ທາງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຈຸດ​ສຸມ ປີ 2016. ຕາມ​ການ​ລາຍ​ງານ,  ໃນປີ​ທີ່​ຜ່ານ​ມາ, ບັນ​ດາ​ຂະ​ບວນ​ການ, ຮູບ​ແບບ​​ຈັດ​ບຸນ Tết ສຳ​ລັບ​ຄົນ​ທຸກ​ຍາກ ແລະ ຜູ້​ປະ​ສົບເຄາະ​ຮ້າຍ​ຈາກ​​​ທາດ​ຜິດ​ສີ​ສົ້ມ, ທະ​ນາ​ຄານ​ງົວ, ບັ້ນ​ເຄື່ອນ​ໄຫວ ກວດ​ກາ​ ແລະ​ປີ່ນ ​ປົວ​ພະ​ຍາດມະ​ນຸດ​ສະ​ທຳ ແລະ ເບິ່ງ​ແຍງ​ສຸ​ຂະ​ພາບ​​ໃຫ້​ປະ​ຊາ​ຊົນ, ບໍ​ລິ​ຈາກ​ເລ​ືອດມະ​ນຸດ​ສະ​ທຳ... ໂດຍ​ສະ​ພາ​ກາ​ແດງ​ປຸກລະ​ດົມ ໄດ້ບັນ​ລຸ​ໝາກຜົນທີ່​ແທດ​ຈິງ, ຊ່ວຍ​ເຫຼືອຜູ້ປະ​ສົບ​ກັບ​ຄວາມ​ຫຍຸງ​ຍາກ 17 ລ້ານ​​ເທື່ອຄົນ ໃນ​ທົ່ວປະ​ເທດ. ທ່ານ​ ປະ​ທານ​ປະ​ເທດ​ ເຈືອງ​ເຕີ໋ນ​ຊາງ ຕີ​ລາ​ຄາ​ສູງ​ບາງ​ຂໍ້​​ລິ​ເລີ່ມ​ ຂອງສູນ​ກາງ​ສະ​ພາ​ກາ​ແດງ ​ທີ່ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ສຳ​ເລັດ​ໃນ​ຕົວ​ຈິງ, ພິ​ເສດ​ແມ່ນ​ລາຍ​ການ "ທະ​ນາ​ຄານ​ງົວ"​ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ ພໍ່​ແມ່​ປະ​ຊາ​ຊົນ ບັນ​ດາ​ເມືອງ​ທີ່​ທຸກ​ຍາກ, ຕາແສງ​​ເຂດຊາຍ​ແດນ​ ສ້າງຊົນ​ນະ​ບົດ​ໃໝ່”. ທ່ານ ປະ​ທານ​ປະ​ເທດ ​ຕັກ​ເຕືອນ​ວ່າ: ​ບັນ​ດາ​ການ​ເຄື່ອ​ນ​ໄຫວ ຂອງ​ສະ​ພາ​ກາ​ແດງທັງ​ໝົດ ລ້ວນ​ແຕ່ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ບັນດາ​ເປົ້າ​ໝາຍ​ທີ່​​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ພິ​ເສດ​ແມ່ນ ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ, ທີ່​ປະ​ສົບ​ກັບ​ໄພ​ທຳ​ມະ​ຊາດ, ​ດັ່ງ​ນັ້ນ​ສະ​ພາ​ກາ​ແດງ​ທຸກ​ຂັ້ນ ຈຳ​ເປັນ​ຕ້ອງ​​ມີ​ຂໍ້​ລິ​ເລີ່ມ​ຕື່ມ​ອີກ, ສ້າງວຽກ​ເຮັດ​ງານ​ທຳ, ປະ​ກອບ​ສ່ວນ​ປັບ​ປຸງ​ຊີ​ວິດ​ການ​ເປັນຢູ່ ຂອງ​ປະ​ຊາ​ຊົນ ຢ​ູ່ບັນ​ດາ​ເຂດ​ທີ່​​ປະ​ສົບ​ກັບ​ຄວາມ​ຫຍຸ​້ງ​ຍາກ.

ຂ່າວ/ບົດ​ອື່ນ