ທ່ານປະທານປະເທດເຈືອງເຕິນຊາງພົບປະກັບຜູ້ມີສິດເລືອກຕັ້ງເມືອງ1 ແລະ ເມືອງ 3,ນະຄອນໂຮ່ຈິມິນ

ທ່ານປະທານປະເທດເຈືອງເຕິນຊາງພົບປະກັບຜູ້ມີສິດເລືອກຕັ້ງເມືອງ1 ແລະ ເມືອງ 3,ນະຄອນໂຮ່ຈິມິນ - ảnh 1
ທ່ານປະທານປະເທດເຈືອງເຕິນຊາງພົບປະກັບຜູ້ມີສິດເລືອກຕັ້ງເມືອງ4,ນະຄອນໂຮ່ຈິມິນ
(ພາບ: qdnd.vn)

(vovworld)- ​ໂດຍ​ປະຕິບັດ​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ວັນ​ທີ 3/12, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​​ເຂດເລືອກ​ຕັ້ງ​ເລ​ກທີ 1, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1 ແລະ ເມືອງ 3 ​ເພື່ອ​ແນ​ໃສ່​ລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ຮັບ​​ເອົາ​ບັນດາ​ຄວາມ​ເຫັນຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຊົມ​ເຊີຍກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື​ອ່​ທີ່ 8 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຊຶ່ງ​ໄດ້​ປຶກ​ສາ​ຫາ​ລື​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຄື ສະ​ພາບ​ເສດ​ຖະ​ກິດ-ສັງ​ຄົມ​ປີ 2014, ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃນ​ປີ 2015, ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ສຶກ​ສາ​ບຳ​ລຸງ​ສ້າງ…….

    ທ່ານ​ປະ​ທານ​ເຈືອງ​ເຕີ້ນ​ຊາງ​ຢືນ​ຢັນ​ວ່າ ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ໃນ​ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ສາ​ມາດ​ບັນ​ລຸ​ໄດ້​ບັນ​ດາ​ໝາ​ກ​ຜົນທີ່​ຕັ້ງ​ໜ້າ​ຄື ບັນ​ລຸ​ການ​ເຕີບ​ໂຕ​ສູງກວ່າ, ສາ​ມາດ​ຈຳ​ກັດ​ເງິນ​ເຟີ້, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ. ທ່ານ​ຖື​ວ່າ ໃນ​ປີ 2015 ຄວນ​ຕັດ​ສິນ​ໃຈ​ຟື້ນ​ຟູ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ, ຄວບ​ຄຸມ​ໜີ້​ສາ​ທາ​ລະ​ນະ, ສຸມ​ໃສ່​ລົງ​ທຶນ​ໃຫ້​ແກ່​ການ​ຜະ​ລິດ ແນ​ໃສ່​ສ້າງ​ທ່າ​ເຕີບ​ໂຕ​ສູງກວ່າ….

    ກ່ອນ​ໜ້ານັ້ນຄື​ໃນຕອນ​ບ່າຍ​ວັນ​ທີ 2/12, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​​ ​ໄດ້ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 4 ​ເພື່ອ​ແນ​ໃສ່​ລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ຮັບ​​ເອົາ​ບັນດາ​ຄວາມ​ເຫັນຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

           ​ເມື​່ອ​ແລກປ່ຽນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ຂົງ​ເຂດ​ການສຶກສາ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ: ລັດຖະບານ​ໄດ້​ມີແຜນ​ນະ​ໂຍບາຍ​​ຫັນປ່ຽນການ​ສຶກສາ​​ໂດຍ​ພື້ນຖານ ​ແລະ ຮອບດ້ານ, ສະພາ​ແຫ່ງ​ຊາດ​ກໍ່​ໄດ້​ມີ​ມະ​ຕິ, ​ສະນັ້ນຕ້ອງ​ມີ​ເວລາ​ເພື່ອ​ຜັນ​ຂະຫຍາຍ. ​ເມື່ອ​ເຕື້ອງ​ເຖິງ​ກ່ຽວ​ກັບ​ບັນຫາປ້ອງ​ກັນ ​ແລະ ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ເນັ້ນ​ໜັກ​ວ່າ: ບັນດາ​ຂໍ້​ກຳນົດ​ດ້ານກົດໝາຍ​​ແມ່ນ​ຄົບ​ຖ້ວນທີ່​ສຸດ, ຄວາມ​ຕັດສິນ​ໃຈ​ຂອງ​ພັກ ​ແລະ ລັດ ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແຕ່​ໃນ​ວິວັດ​ການ​ປະຕິບັດຍັງຄົ້ນ​​ພົບ​ບາງ​ກໍລະນີ​ແກ້​ໄຂ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ສະພາບ​ຕົວ​ຈິງ ​ແລະ ຄວາມມຸ່ງ​ຫວັງຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຫວັງ​ວ່າ: ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄວນ​ເສີມຂະຫຍາຍ​ບົດບາດ​ຄົ້ນ​ພົບ​, ສະໜອງຂໍ້ມູນ​ຂ່າວສານ​ເຖິງ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ ​ແລະ ​ເພີ່ມ​ທະວີ​ການຕິດຕາມ​ກວດກາ, ດັ່ງນັ້ນວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຈຶ່ງ​ມີ​ປະສິດທິ​ຜົນ.

              ​ໂດຍ​ຮັບ​​ເອົາ​ບັນດາ​ຄວາມ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ການ​ຖື​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ເປັນ​ສຳຄັນ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຖື​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ທຸກ​ຄົນ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສຳລັບ​ບັນຫາ​ປົກ​ປັກ​ຮັກສາອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຢືນຢັນ ວ່າ: ​ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ​ ​ແມ່ນ​​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງ​ກັນດ້ວຍມາດ​ຕະການ​ໂດຍສັນຕິ​ວິທີ​ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ຂອງ​ສາກົນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.


ຂ່າວ/ບົດ​ອື່ນ