ທ່ານປະທານປະເທດເຈືອງເຕີນຊາງເຈລະຈາກັບປະທານາທິບໍດີອິນໂດເນເຊຍ Susilo Bambang

ທ່ານປະທານປະເທດເຈືອງເຕີນຊາງເຈລະຈາກັບປະທານາທິບໍດີອິນໂດເນເຊຍ Susilo Bambang - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານ ປະທານາທິບໍດີ​
ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono
ພາບ:hanoimoi.com.vn

(vovworld)-  ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ອິນ​​ໂດ​ເນ​ເຊຍ Susilo Bambang Yudhoyonoຕອນບ່າຍວັນທີ 27/6, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນທະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ໄດ້ເດີນທາງຮອດ​ນະຄອນຫລວງ ຢາ​ກາກ​ຕາ ​ເລີ່​ມຕົ້ນ​ການຢ້ຽມຢາມ​ທາງ​ລັດຖະກິດ ອິນ​ໂດ​ເນ​ເຊຍ ແຕ່​ວັນ​ທີ 27 ​ຫາ 28/6. ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຢູ່​ສະຫນາມ​ບິນ ມີ​ທ່າ​ນລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ Marty Natalegawa, ທ່ານ Civip Soetardjo ລັດຖະມົນຕີ​ກະຊວງ​ຮັບຜິດຊອບ​ບັນຫາທະ​ເລ ​ແລະ ອາຊີບ​ຫາ​ປາ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ອິນ​ໂດ​ເນ​ເຊຍ​ ທ່ານ ຫງວຽນ​ຊວນ​ຖຸຍ ພ້ອມ​ດ້ວຍ​ພະນັກງານ​ສະຖານທູດ, ຜູ້ຕາງຫນ້າ​ຊາວ​ຫວຽດນາມ ​ແລະ ນັກ​ສຶກສາ​ຫວຽດນາມ ຢູ່​ອິນ​ໂດ​ເນ​ເຊຍ. ພິທີ​ຕ້ອນຮັບ​ດຳ​ເນີນ​ໄປ​ຕາມ​ພິທີ​ການ​ສູງສຸດ​ສະຫງວນ​ໃຫ້​ແກ່​ປະມຸກ​ລັດ. ພາຍຫລັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ໄດ້​ດຳ​ເນີ​ນການ​ເຈລະຈາ. ນະ​ທີ່​ນີ້, ການ​ນຳ​ສອງ​ທ່ານ​ໄດ້​ປະກາດ​ຖະ​ແຫລ​ງການ​ຍົກ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ໂດ​ເນ​​ເຊຍ​ ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່. ການ​ນຳ​ສອງ​ທ່ານ​ເຫັນ​ດີ ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈບົນ​ພື້ນຖານ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ພົບ​ປະ​ຂັ້ນ​ສູງ​ກໍ​ຄື​ທຸກ​ຂັ້ນເປັນ​ປະຈຳ; ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ. ອິນ​ໂດ​ເນ​ເຊຍ ​ເຫັນ​ດີ ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ອິນ​ໂດ​ເນ​ເຊຍ - ຫວຽດນາມ ​ໂດຍ​ໄວ. ການ​ນຳ​ສອງ​ທ່ານ​ເຫັນ​ດີ ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລື່ນ​ກາຍ 5 ຕື້ USD ກ່ອນ​ປີ 2015 ​ແລະ ບັນລຸ 10 ຕື້ USD ​ໃນ​ປີ 2018. ການ​ນຳ​ສອງ​ທ່ານ​​ເຫັນ​ດີ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນຫາ​ຄ້ຳປະກັນ​ສະບຽງ​ອາຫານ,  ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ນ້ຳມັນ​ອາຍ​ແກ​ສ, ຊື້​ຂາຍ​ຖ່ານ​ຫີນ ​ແລະ ຂຸດ​ຄົ້ນ​ແຮ່​ທາດ, ​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມືອາຊີ​ບຫາ​ປາ ​ແລະ ບັນຫາ​ທະ​ເລ.  ການ​ນຳ​ສອງ​ທ່ານ​ເຫັນ​ດີ​ຊຸກຍູ້​ການ​ເຈລະຈາ, ​ເຊັນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ລາດຕະ​ເວນ​ລະຫວ່າງ​ກອງທັບ​ເຮືອ​ສອງ​ປະ​ເທດ​ໂດຍ​ໄວ ພ້ອມ​ທັງ​ຄົ້ນ​ຄ້ວາ​ສ້າງ​ຕັ້ງ​ກົນ​ໄກ​ພົບ​ປະ​ສົນທະນາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ເໝາະ​ສົມ. ສອງ​ຝ່າຍ​ກໍ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດ, ຕ້ານ​ການ​ກໍ່​ການ​ຮ້າຍ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ອາດຊະຍາ​ກຳ​ຂ້າມ​ຊາດ.

 ​ເມື່ອ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ຢືນ​ຢັນ​ວ່າ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທ​ະວີ​ການ​ທາ​ບທາມ​ຄຳ​ເຫັນ ​ແລະ ສົມທົບ​ຫລັກໝັ້ນອັນ​ແໜ້ນ​ແຟ້ນທີ່​ບັນດາ​ເວທີ​ປາ​ໄສສາກົນ ​ແລະ ພາກ​ພື້ນ, ພິ​ເສດ​ແມ່ນ​ໃນ​ອາ​ຊຽນ ​ແລະ ສປຊ; ​ເຫັນ​ດີເປັນ​ເອ​ກະສັນຈະສົມທົບ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນອື່ນ ມານະ​ພະຍາຍາມ​ປະຕິບັດ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ ສຳ​ເລັດ​ໃນ​ປີ 2015. ຫວຽດນາມ ຢືນຢັນສືບ​ຕໍ່ສະໜັບສະ​ໜູນ​ອິນ​ໂດ​ເນ​ເຊຍ​ໃນ​ບົດບາດ​ເປັນ​ປະທາ​ນອາ​ເປ​ກ 2013. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ການ​ນຳ​ສອງ​ທ່ານ​ຢືນຢັນ​ຄືນ​ໃໝ່​ ຕໍ່​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ, ລະງັບ​ໃຈ, ບໍ່​ນຳ​ໃຊ້ ຫລື​ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ເຄົາລົບ​​ກົດໝາຍ​ສາກົນ. ສອງ​ຝ່າຍ​ສະ​ແດງ​ການ​ສະໜັບສະໜູນ​ຕໍ່​ຖະ​ແຫລງການ 6 ຂໍ້​ຂອງ​ອາ​ຊຽນກ່ຽວ​ກັບ​ບັນຫາທະ​ເລ​ຕາ​ເວັນ​ອອກ ​ແລະ ຊົມ​ເຊີ​ຍຖະ​ແຫລ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-ຈີນ ຄັ້ງທີ 15 ກ່ຽວ​ກັບ​ການສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ການ​ສ້າງ​ຕັ້ງຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ກໍ່​ຄື​ບາດກ້າວ​ຜັນຂະຫຍາຍລະອຽດ​ຕໍ່​ໄປ​ຂອງ​ຖະ​ແຫລ​ງກາ​ນີ້.

  ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ປະທານາ ທິບໍດີ​ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ເປັນ​ສັກຂີພິຍານ​ພິທີ​ລົງ​ນາມ​ສັນຍາ​ໜູນ​ຊ່ວຍ​ຕຸລາການ​ດ້ານ​ອາຍາ, ສັນຍາ​ກ່ຽວ​ກັບ​ການ​ສົ່ງ​ຜູ້​ຮ້າຍຂ້າມແດນ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານຜະລິດ​ຕະພັນ​ກະ​ເສດ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ກໍ່​ໄດ້​ລົງ​ນາມ​ໃນ​ບັນດາບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ການ​ເງິນ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ພະລັງງານ-​ຊັບພະຍາກອນ​ໂລຫະ.

  ພາຍຫລັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ໄດ້​ຈັດການ​ປະຊຸມ​ຂ່າວ​ຮ່ວມ. ຫລັງ​ຈາກ​ນັ້ນ, ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ໄດ້​ຈັດ​ງານ​ລ້ຽງຮັບຮອງທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ລັດ​ຫວຽດນາມ ຢ່າງ​ສົມ​ກຽດ./.

ຂ່າວ/ບົດ​ອື່ນ