ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມການພົບປະສັງສັນນັກລົງທຶນແຂວງ ເງ້ອານ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມການພົບປະສັງສັນນັກລົງທຶນແຂວງ ເງ້ອານ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມການພົບປະສັງສັນນັກລົງທຶນແຂວງ ເງ້ອານ
(ພາບ: ອິນເຕີເນັດ)

(vov world) ຕອນ​ເຊົ້າ​ວັນ​ທີ 5/2, ຢູ່​ນະຄອນ​ວີ​ງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເງ້ອານ​ໄດ້​ສົມ​ທົບກັບ​ຄະນະ​ພັກ​ກຸ່ມ​ວິ​ສະຫະ​ກິດ​ສູນ​ກາງ ​ແລະ ທະນາຄານ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຍາ​ມຕົ້ນ​ລະດູບານ​ໃໝ່​ກັບ​ບັນດາ​ນັກ​ລົງທຶນ. ບັນດາ​ຜູ້​ແທນ​ໄດ​້ຊີ້​ແຈງ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ແຂວງ​ເງ້ອານ ​ເພື່ອ​ລົງທຶນ​ພັດທະນາ, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ທັດສະ​ນະ ​ແລະ ລັກສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ນະ​ໂຍບາຍ​ລົງທຶນ​ເຂົ້າ​ເງ້ອານ ​ແມ່ນ​ສ້າງກາລະ​ໂອກາດ​ທີ່​ສະດວກ, ພ້ອມ​ກັນ​ແບ່ງປັນ​ຜົນ​ປະ​ໂຫຍ​ດກັບ​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ພ້ອມ​ກັນ​ນັ້ນ​ກໍ່​​ໃຫ້ບຸລິມະສິດ​ບັນດາ​ໂຄງການ​ລົງທຶນ​ເຕັກ​ໂນ​ໂລ​ຢີສູງ, ​ເຕັກ​ໂນ​ໂລ​ຢີສະອາດ, ​ໃຫ້ບຸລິມະ​ສິດບັນດາ​ແຫຼ່ງ​ເງິນລົງທຶນ​ຈາກ​ຕ່າງປະ​ເທດ (ຫຼື FDI).

ກ່າວ​ຄຳ​ເຫັນ​ຢູ່ທີ່​ນີ້, ທ່ານ​ປະທານສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນຊິງ​ຮູ່ງ ​ໄດ້​ສະ​ເໜີ​ແຂວງ ​ເງ້ອານ ​ແລະ ບັນດາ​ນັກທຸລະ​ກິດ​ພ້ອມ​ກັນ​ປ່ຽນ​ໃໝ່​ແນວ​ຄວາມ​ຄິດ, ວິທີ​ເຮັດ​ວຽກ ​ເພື່ອ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ, ກ່ອນ​ອື່ນ​ໝົດ​ແມ່ນ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ປະຕິ​ຮູບ​ການ​ບໍລິຫານ​ຢ່າງ​​ແຮງ, ​ສ້າງ​​ໂຄງປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແລະ ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ ທ່າ​ໄດ້​ປຽບ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຊີ້​ແຈງ​ວ່າ: ​ແຂວງ​ເງ້ອານ ຕ້ອງຖື​ການ​ຮ່ວມສຳພັນ​ລະຫວ່າງເຂດ ​ເປັນ​ສຳຄັນ ​ແລະ ​ເໝາະ​ສົມ​ກັບ​​ແຜນ​ກຳນົດ​ພັດທະນາ​ຂອງ​ທົ່ວ​ປະ​ເທດ, ​ເພື່ອ​ສ້າງ​ທ່ວງທ່າ ​ແລະ ກຳລັງ​ແຮງ​ຢ່າງ​ໃຫຍ່​ຫຼວງ.

ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ໄປ​ຖະຫວາ​ຍທູບ​ທຽນ​ທີ່ ອະນຸສາວະລີ ​ເຈົ້າ​ຊີວິດ ກວາງ​ຈູງ ຢູ່ ຈອມພູ ກວຽດ ​ແລະ ວາງ​ພວງມາລາ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ຢູ່ ສະໜາມ​ຫຼວງ ​ໂຮ່ຈີ​ມິນ ທີ່ນະຄອນ ວິ​ງ.

 

ຂ່າວ/ບົດ​ອື່ນ