ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຕ້ອນ​ຮັບ​ການ​ນຳ Asia Society ແລະ ບັນ​ດາ​ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ

(VOVWORLD) -ຕອນບ່າຍວັນທີ 2 ທັນວາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Melbourne , ລັດ Victoria ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບ ການນຳ Asia Society ແລະ  ນັກທຸລະກິດ 3 ຄົນ ໂດຍລັດຖະມົນຕີ ອົດສະຕາລີໄດ້ແຕ່ງຕັ້ງໃນ “ຂໍ້ລິເລີ່ມນັກທຸລະກິດນຳໜ້າ”.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຕ້ອນ​ຮັບ​ການ​ນຳ Asia Society ແລະ ບັນ​ດາ​ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ - ảnh 1ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະເຮັດວຽກຢູ່ອົດສະຕາລີ (ພາບ: TTXVN)

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໄດ້ຕີລາຄາສູງຕໍ່ເລື່ອງ ລັດຖະບານ ອົດສະຕາລີ ສ້າງຕັ້ງອົງການຈັດຕັ້ງ “ຂໍ້ລິເລີ່ມນັກທຸລະກິດນຳໜ້າ” ເພື່ອແນໃສ່ປະຕິບັດຍຸດທະສາດເພີ່ມທະວີການຮ່ວມມື ເສດຖະກິດ ອົດສະຕາລີ - ຫວຽດນາມ, ໂດຍເນັ້ນໜັກເຖິງການປະຕິບັດຂໍ້ລິເລີ່ມຢ່າງມີປະສິດທິຜົນແມ່ນໜຶ່ງໃນບັນດາວິທີການເພື່ອເພີ່ມທະວີການຮ່ວມມືສອງຝ່າຍ.

ໂດຍສະແດງຄວາມຊົມເຊີຍຕໍ່ ວິສາຫະກິດນຳໜ້າ 3 ແຫ່ງຂອງອົດສະຕາລີ ໄດ້ມີການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ, ລະອຽດໃນການເຊື່ອມຕໍ່ນັກທຸລະກິດ ສອງປະເທດໃນເກືອບ 1 ປີຜ່ານມາ, ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ນັບແຕ່ນີ້ ຈະສ້າງຖັນແຖວນັກລົງທຶນອົດສະຕາລີທີ່ນັບມື້ນັບມີຫຼາຍຄົນມາລົງທຶນຢູ່ ຫວຽດນາມ.

        ສ່ວນທ່ານ Philipp Ivanov CEO Asia Society ອົດສະຕາລີ ໃຫ້ຮູ້ວ່າ Asia Society ມີຄວາມເປັນກຽດທີ່ສຸດທີ່ໄດ້ເປັນໜຶ່ງໃນ 3 ວິສາຫະກິດນຳໜ້າ ເຂົ້າຮ່ວມ ຂໍ້ລິເລີ່ມນັກທຸລະກິດນຳໜ້າ ເພື່ອຊຸກຍູ້ການຮ່ວມມືກັບ ຫວຽດນາມ.

        ແລະໃນວັນດຽວກັນ, ຢູ່ສຳນັກງານມະຫາວິທະຍາໄລ RMIT, ນະຄອນ Melbourne , ລັດ Victoria, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມເວທີປາໄສການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ