ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ຢ້ຽມ​ຢາມ​ສູນ Fidel Castro Ruz ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ກຸຍ​ບາ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມສູນ Fidel Castro Ruz, ເຊິ່ງແມ່ນສະຖານທີ່ເກັບຮັກສາ, ອະນຸລັກຮັກສາ ແລະ ເຊີດຊູບັນດາມໍລະດົກຂອງທ່ານຜູ້ບັງຄັບບັນຊາການໃຫຍ່ ກຸຍບາ ເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍຄົ້ນຄ້ວາ ແລະ ເຜີຍແຜ່ບັນດາຄຸນຄ່າທາງດ້ານແນວຄິດຂອງເພິ່ນ.