ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສາ​ທາ​ລະ​ນະ​ລັດ ອິດ​ສະ​ລາມ ອີ​ຣານ ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ໄດ້ໄປຮອດສະໜາມບິນ Mehrabad, ນະຄອນຫຼວງ ເຕເຮຣານ, ເລີ່ມຕົ້ນການຢ້ຽມຢາມ ອີຣານ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ອີຣານ Mohammad Baqer Qalibaf.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສາ​ທາ​ລະ​ນະ​ລັດ ອິດ​ສະ​ລາມ ອີ​ຣານ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄປຮອດສະໜາມບິນ Mehrabad (ພາບ: TTXVN)

ຕອນເຊົ້າວັນທີ 8 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ໄດ້ໄປຮອດສະໜາມບິນ Mehrabad, ນະຄອນຫຼວງ ເຕເຮຣານ, ເລີ່ມຕົ້ນການຢ້ຽມຢາມ ອີຣານ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ອີຣານ Mohammad Baqer Qalibaf. ຄາດວ່າ ໃນການຢ້ຽມຢາມ ອີຣານ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະມີການພົບປະເຈລະຈາ, ເຂົ້າພົບການນຳຂັ້ນສູງຂອງ ອີຣານ; ເຂົ້າຮ່ວມບັນດາກິດຈະກຳວັດທະນະທຳ, ເສດຖະກິດ, ພົວພັນຕ່າງປະເທດ…; ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ