ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ບາ Manuel Marreto Cruz

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ   ຢັ້ງຢືນວ່າ, ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດ ກູບາ ຢ່າງແໜ້ນແຟ້ນ ເພື່ອແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານນິຕິກຳ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ  ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ບາ Manuel Marreto Cruz - ảnh 1ທ່ານປະທານສະພາແຫ່ງຊາດ  ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ ກູບາ Manuel Marreto Cruz 

ຕອນບ່າຍວັນທີ 29ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ  ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ກູບາ Manuel Marreto Cruz  ທີ່ພວມມີການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 ກັນຍາ ຫາວັນທີ 2 ຕຸລາ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ   ຢັ້ງຢືນວ່າ ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປະຕິວັດເປັນທຳຂອງປະຊາຊົນ ກູບາ, ຖືເປັນສຳຄັນ, ຮັກສາ ແລະ ປະກອບສ່ວນເຂົ້າໃນການພັດທະນາ ນ້ຳໃຈສາມັກຄີ, ມິດຕະພາບ ແລະ ການພົວພັນຮ່ວມມືພິເສດ ລະຫວ່າງ ຫວຽດນາມ ແລະ ກູບາກ່ວາອີກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ   ຢັ້ງຢືນວ່າ, ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດ ກູບາ ຢ່າງແໜ້ນແຟ້ນ ເພື່ອແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານນິຕິກຳ, ຕິດຕາມກວດກາ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສລັດຖະສະພາສາກົນ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ