ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຢ້ຽມ​ຢາມ ສ.ເກົາຫຼີ​ຢ່າງ​ເປັນ​ທາງ​ການ: ​ໂອ​ກາດເພື່ອ​ໃຫ້​ສອງ​ຝ່າ​ຍ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ແຮງ​ງານ

(VOVWORLD) -ສອງຝ່າຍຈະແລກປ່ຽນບັນດາມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນ ຫວຽດນາມ - ສ.ເກົາຫຼີ ແລະ ພິເສດແມ່ນ ສ.ເກົາຫຼີ ພວມປະຕິບັດ “ນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່.



ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຢ້ຽມ​ຢາມ ສ.ເກົາຫຼີ​ຢ່າງ​ເປັນ​ທາງ​ການ: ​ໂອ​ກາດເພື່ອ​ໃຫ້​ສອງ​ຝ່າ​ຍ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ແຮງ​ງານ - ảnh 1ພາບປະກອບ:  dangcongsan.vn

ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ເດີນທາງໄປຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການນັບແຕ່ວັນທີ 12 ທັນວາ. ການຢ້ຽມຢາມ ແມ່ນໂອກາດ ເພື່ອໃຫ້ສອງຝ່າຍຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ການພົວພັນແລກປ່ຽນປະຊາຊົນ. ສອງຝ່າຍຈະປຶກສາຫາລືບັນດາເນື້ອໃນລະອຽດ, ໃນນັ້ນມີຊ່ອງທາງສະພາແຫ່ງຊາດ ຜ່ານການແບ່ງປັນບັນດາບົດຮຽນປະສົບການກ່ຽວກັບວຽກງານນິຕິກຳ ກໍຄືສົມທົບກັນໃນວຽກງານຕິດຕາມກວດກາ.

ຄາດວ່າ ໃນການຢ້ຽມຢາມຢ່າງເປັນທາງການຄັ້ງນີ້, ລັດຖະບານສອງປະເທດຈະລົງນາມໃນສັນຍາກ່ຽວກັບການປະກັນໄພສັງຄົມສອງຝ່າຍ, ນີ້ແມ່ນສັນຍາສຳຄັນທີ່ສຸດຂອງ ຫວຽດນາມ ແລະ ສ.ເກົາຫຼີ, ພ້ອມທັງແມ່ນສັນຍາປະກັນໄພສັງຄົມທຳອິດ ເຊິ່ງ ຫວຽດນາມ ໄດ້ລົງນາມກັບ ສ.ເກົາຫຼີ, ເພື່ອແນໃສ່ຮັບປະກັນສິດຜົນປະໂຫຍດຂອງ ຜູ້ອອກແຮງງານ ກ່ຽວກັບເວລາອອກແຮງງານຢູ່ ສ.ເກົາຫຼີ ກໍ່ຄືຢູ ຫວຽດນາມ ເພື່ອຄິດໄລ່ໃຫ້ແກ່ຜູ້ອອກແຮງງານເມືອ່ພັກກິນອອກບຳນານ.

ສອງຝ່າຍຈະແລກປ່ຽນບັນດາມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນ ຫວຽດນາມ - ສ.ເກົາຫຼີ ແລະ ພິເສດແມ່ນ ສ.ເກົາຫຼີ ພວມປະຕິບັດ “ນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະຢັ້ງຢືນ ທັດສະນະຂອງ ຫວຽດນາມ ແມ່ນສະໜັບະສູນການຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຮອບດ້ານ. ສອງຝ່າຍຈະ ປຶກສາຫາລື ບັນດາເນື້ອໃນລະອຽດ. ເພາະສະນັ້ນ, ການຢ້ຽມຢາມ ສ.ເກົາຫຼີຢ່າງເປັນທາງການ ຂອງ ທ່ານປະທານສະພາແຫ່ງຊາດ ຈະແລກປ່ຽນທຸກບັນຫາໃນການພົວພັນ ຫວຽດນາມ - ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ