ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ຮ່າງ​ກົດ​ໝາຍວ່າ​ດ້ວຍ​ນະ​ຄອນຫຼວງ (ສະ​ບັບ​ປັບ​ປຸງ)

(VOVWORLD) -ຕອນບ່າຍວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມກອງປະຊຸມປະກອບຄຳເຫັນຂອງບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ໃສ່ເນື້ອໃນຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ).



ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ຮ່າງ​ກົດ​ໝາຍວ່າ​ດ້ວຍ​ນະ​ຄອນຫຼວງ (ສະ​ບັບ​ປັບ​ປຸງ) - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຮ່າໂນ້ຍ ຄັ້ງທີ XVII ໄດ້ວາງອອກວິໄສທັດພັດທະນາໃນໄລຍະຍາວທີ່ສຸດ, ໃນນັ້ນ ວາງອອກໜ້າທີ່ຈຸດສຸມ ແມ່ນຍື່ນສະເໜີສະພາແຫ່ງຊາດ ກົດໝາຍວ່າດ້ວຍນະຄອນຫຼວງສະບັບປັບປຸງ. ທ່ານປະທານສະພາແຫ່ງຊາດ ໄດ້ໃສ່ໃຈວ່າ ການສ້າງຮ່າງກົດໝາຍວ່າດ້ວຍນະຄອນຫລວງ (ສະບັບປັບປຸງ) ຕ້ອງກຳນົດທີ່ຕັ້ງຂອງ ນະຄອນຫຼວງຮ່າໂນ້ຍ ແມ່ນສູນການເມືອງ - ປົກຄອງແຫ່ງຊາດ, ຫຼັງຈາກນັ້ນ ຈະແມ່ນສູນການສຶກສາ, ວັດທະນະທຳ, ວິທະຍາສາດເຕັກໂນໂລຢີ, ເສດຖະກິດ, ສູນການພົວພັນແລກປ່ຽນສາກົນ ຂອງທົ່ວປະເທດ.

ກ່ຽວກັບການຄົ້ນຄ້ວາສະເໜີບັນດານະໂຍບາຍເພື່ອເພີ່ມເຕີມໃນຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ), ຕາມທ່ານປະທານສະພາແຫ່ງຊາດແລ້ວ, ຮ່າໂນ້ຍ ຕ້ອງກວດກາຄືນ ເພື່ອກຳນົດຂອບຂະໜາດດັດປັບຂອງ ຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ), ເຮັດແນວໃດມີວິໄສທັດທີ່ກວມລວມກ່ວາ, ກ້ວາງກ່ວາ ເມື່ອທຽບໃສ່ກັບກົດໝາຍທີ່ພວມໄດ້ຮັບການປະກາດໃຊ້ໃນປັດຈຸບັນ ເພື່ອສົມເປັນທີ່ຕັ້ງ, ບົດບາດ ຂອງ ນະຄອນຫຼວງ ໃນວິວັດການພັດທະນາກ້າວຂຶ້ນຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ