ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ອັງກິດ ແລະ ນິວຊີແລນ

(VOVWORLD) - ທີ່ການຕ້ອນຮັບທ່ານ Ian Frew, ເອກອັກຄະລັດຖະທູດ ລາຊະອານາຈັກ ອັງກິດ ປະຈຳ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ເພີ່ມທະວີການຊຸກຍູ້ເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດບົນພື້ນຖານເຮັດໃໝ່ບັນດາລະບົບການສະໜອງເກົ່າ ...

ຕອນບ່າຍວັນທີ 24 ມັງກອນ, ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານ Ian Frew, ເອກອັກຄະລັດຖະທູດ ລາຊະອານາຈັກ ອັງກິດ ປະຈຳ ຫວຽດນາມ ແລະ ທ່ານ Tredene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ.

        ທີ່ການຕ້ອນຮັບທ່ານ Ian Frew, ເອກອັກຄະລັດຖະທູດ ລາຊະອານາຈັກ ອັງກິດ ປະຈຳ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ເພີ່ມທະວີການຊຸກຍູ້ເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດບົນພື້ນຖານເຮັດໃໝ່ບັນດາລະບົບການສະໜອງເກົ່າ ແລະ ສ້າງບັນດາລະບົບການສະໜອງໃໝ່ທີ່ມີລັກສະນະຍຸດທະສາດ, ມີມູນຄ່າເພີ່ມສູງ; ຫວັງວ່າ ບັນດາວິສາຫະກິດ ອັງກິດ ຈະເພີ່ມທະວີການລົງທຶນຢູ່ ຫວຽດນາມ, ປາດຖະໜາວ່າ ອັງກິດ ຈະໜູນຊ່ວຍ ຫວຽດນາມ ໃນການພັດທະນາຕະຫຼາດການເງິນ, ເງິນຕາ ພິເສດແມ່ນໜູນຊ່ວຍນະຄອນ ໂຮ່ຈີມິນ ພັດທະນາສູນການເງິນສາກົນ; ແບ່ງປັນບົດຮຽນ ແລະ ໜູນຊ່ວຍ ຫວຽດນາມ ໃນການຫັນເປັນດີຈີຕອນ, ຫັນເປັນພະລັງງານຍຸຕິທຳ, ເລື່ອງສ້າງລະບອບເພື່ອປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມ COP-26. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ຫວຽດນາມ ຈະຮັບຮອງເອົາໂດຍໄວເພື່ອໃຫ້ ອັງກິດ ກາຍເປັນສະມາຊິກຂອງ ສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (CPTPP).

        ໃນການຕ້ອນຮັບ ທ່ານ Tredene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ: ທ່ານເອງ ແລະ ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ສະຖານທູດ ນິວຊີແລນ ແລະ ເອກອັກຄະລັດຖະທູດ ຄົນໃໝ່ ເຄື່ອນໄຫວ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງ 2 ອົງການນິຕິບັນຍັດສອງປະເທດເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ