ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ AIPA ກ່ວາອີກ

(VOVWORLD) - AIPA ແມ່ນຮູບແບບດີເດັ່ນໃຫ້ແກ່ການຮ່ວມມືລັດຖະສະພາພາກພື້ນ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການຕາງໜ້າໃຫ້ເຈດຈຳນົງ...
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ AIPA ກ່ວາອີກ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Lê Tuyết/ VOV)

ຕອນບ່າຍວັນທີ 21 ພະຈິກ, ທີ່ນະຄອນຫຼວງ ພະນົມເປັນ, ແຫ່ງລາຊະອານາຈັກ ກຳປູເຈຍ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດຖະສະພາສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 43 (AIPA – 43), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມຄົບຄະນະຄັ້ງທີ 1.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ: AIPA ແມ່ນຮູບແບບດີເດັ່ນໃຫ້ແກ່ການຮ່ວມມືລັດຖະສະພາພາກພື້ນ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນບັນດາປະເທດ ອາຊຽນ. ສະພາແຫ່ງຊາດ ຫວຽດນາມ ຈະມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາກໍ່ຄືບັນດາມະຕິເຊິ່ງ ກອງປະຊຸມສະມັດຊາໃຫຍ່ AIPA -43 ຈະຮັບຮອງເອົາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຍົກອອກບັນດາຂໍ້ສະເໜີແນະ, ໃນນັ້ນ ເນັ້ນໜັກຄວາມສຳຄັນຂອງການປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ແມ່ນເງື່ອນໄຂຕັດສິນຊີ້ຂາດ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ: ບັນດາສະພາແຫ່ງຊາດ/ ລັດຖະສະພາ ຄວນຕັ້ງໜ້າ, ເປັນເຈົ້າການເອົາໃຈໃສ່ຊຸກຍູ້ບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເພີ່ມທະວີສິດໃຫ້ແກ່ແມ່ຍິງ, ຜັນຂະຫຍາຍບັນດານະໂຍບາຍກົດໝາຍກ່ຽວກັບເພດໃຫ້ມີປະສິດທິຜົນກ່ວາອີກ, ເພີ່ມທະວີສຽງເວົ້າ ແລະ ການເຂົ້າຮ່ວມຂອງແມ່ຍິງ, ຊາວໜຸ່ມໃນບັນດາອົງການນິຕິບັນຍັດ ແລະ ປະຕິບັດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ