ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ ບັງກະລາເທດ Mohammed Shahabuddin

(VOVWORLD) - ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ບັງກະລາເທດ ໄດ້ເພີ່ມຂຶ້ນທົບ 4 ເທົ່າໃນໄລຍະ 10 ປີຜ່ານມາ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ ບັງກະລາເທດ Mohammed Shahabuddin - ảnh 1 ທີ່ການພົບປະເຈລະຈາ
(ພາບ: TTXVN)

          ຕອນບ່າຍວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ) ໃນຂອບເຂດການໄປຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີ ບັງກະລາເທດ Mohammed Shahabuddin.

          ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານປະທານາທິບໍດີ Mohammed Shahabuddin ຕີລາຄາວ່າ, ການພົວພັນ ຫວຽດນາມ - ບັງກະລາເທດ ມີບາດກ້າວພັດທະນາທີ່ພົ້ນເດັ່ນຫຼາຍຢ່າງພາຍຫຼັງ 5 ທົດສະວັດ (1973-2023). ພິເສດ, ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນນັບມື້ນັບແໜ້ນແຟ້ນກ່ວາເກົ່າ ຜ່ານການຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ, ທຸກຊ່ອງທາງ ກໍ່ຄືສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ບັງກະລາເທດ ໄດ້ເພີ່ມຂຶ້ນທົບ 4 ເທົ່າໃນໄລຍະ 10 ປີຜ່ານມາ, ຈາກປະມານ 350 ລ້ານ USD ໃນປີ 2012 ຂຶ້ນເປັນປະມານ 1,5 ຕື້ USD ໃນປີ 2022. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ບັງກະລາເທດ ໃນການຄ້ຳປະກັນດ້ານສະບຽງອາຫານ, ເຊິ່ງສະແດງອອກຜ່ານເລື່ອງ 2 ຝ່າຍຫາກໍ່ລົງນາມຕໍ່ກຳນົດເວລາບົດບັນທຶກຊ່ວຍຈຳກ່ຽວກັບການຄ້າໝວດເຂົ້າສານໄລຍະ 2022-2027.

          ສ່ວນທ່ານປະທານາທິບໍດີ ບັງກະລາເທດ Mohammed Shahabuddin ສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືດ້ານເສດຖະກິດ; ສົ່ງເສີມບັນດາວິສາຫະກິດ ຫວຽດນາມ ລົງທຶນຢູ່ບັນດາເຂດເສດຖະກິດພິເສດຂອງ ບັງກະລາເທດ; ສະໜັບສະໜູນຂໍ້ສະເໜີຂອງ ຫວຽດນາມ ເປີດສາຍການບິນໂດຍກົງ ເພື່ອຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ