ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ອອກ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ. ຈີນ ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອຈາກຮ່າໂນ້ຍເລີ່ມຕົ້ນການຢ້ຽມຢາມ ສປຈີນ ຢ່າງເປັນທາງການ ແຕ່ວັນທີ  7 – 12 ເມສາ 2024.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ອອກ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ. ຈີນ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເລີ່ມເດີນທາງໄປຢ້ຽມຢາມ ສປ.ຈີນ (ພາບ:VOV)

ຕອນເຊົ້າວັນທີ 7 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອຈາກຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ສປ. ຈີນ ຢ່າງເປັນທາງການ ແຕ່ວັນທີ 7 – 12 ເມສາ 2024, ຕາມຄຳເຊີນຂອງທ່ານ ຈ້າວເລີ້ຈີ້ ປະທານຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ.

  ນີ້ແມ່ນການຢ້ຽມຢາມຂັ້ນສູງຄັ້ງທຳອິດຂອງການນຳພັກ ແລະ ລັດ ຫວຽດນາມ ໄປຍັງຈີນ, ພາຍຫຼັງທີ່ສອງປະເທດອອກຖະແຫຼງການຮ່ວມ ຍົກລະດັບການພົວພັນ, ເຊິ່ງມີຄວາມໝາຍສຳຄັນທີ່ສຸດ, ກຳນົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍ, ຫັນຄວາມຮັບຮູ້ລວມຂອງການນຳຂັ້ນສູງ ແລະ ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນປີ 2022 ແລະ ການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໃນປີ 2023 ເປັນລະອຽດ; ຢັ້ງຢືນ ຫວຽດນາມ ຖືການພັດທະນາການພົວພັນກັບ ຈີນ ແມ່ນບຸລິມະສິດແຖວໜ້າ ແລະ ເປັນການເລືອກເຟັ້ນຍຸດທະສາດໃນນະໂຍບາຍການຕ່າງປະເທດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ