ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມງານພົບປະມິດຕະພາບປະຊາຊົນ ຫວຽດນາມ - ຈີນ

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຍາມໃດກໍ່ພະຍາຍາມກຳແໜ້ນ, ສ່ອງແສງແນວຄິດຈິດໃຈ, ອາລົມຈິດຂອງປະຊາຊົນ, ເພີ່ມທະວີການກຳນົດທິດ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມງານພົບປະມິດຕະພາບປະຊາຊົນ ຫວຽດນາມ - ຈີນ - ảnh 1 (ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ງານພົບປະ)

        ຕອນບ່າຍວັນທີ 09 ເມສາ, ຢູ່ນະຄອນຫຼວງ ປັກກິງ, ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມງານພົບປະມິດຕະພາບປະຊາຊົນ ຫວຽດນາມ - ຈີນ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ, ໜຶ່ງໃນບັນດາທິດທາງການຮ່ວມມືພື້ນຖານ, ສຳຄັນທີ່ສຸດຂອງການພົວພັນ ຫວຽດນາມ - ຈີນ ແມ່ນປັບປຸງພື້ນຖານສັງຄົມຢ່າງໝັ້ນຄົງໜັກແໜ້ນກວ່າ.

        “ສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຍາມໃດກໍ່ພະຍາຍາມກຳແໜ້ນ, ສ່ອງແສງແນວຄິດຈິດໃຈ, ອາລົມຈິດຂອງປະຊາຊົນ, ເພີ່ມທະວີການກຳນົດທິດ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ສ້າງ ແລະ ປັບປຸງພື້ນຖານແນວຄິດປະຊາຊົນໃຫ້ໝັ້ນຄົງໜັກແໜ້ນໃຫ້ແກ່ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ - ຈີນ. ການໄປຢ້ຽມຢາມ ຈີນ ຄັ້ງນີ້ ແລະ ເລື່ອງລົງນາມໃໝ່ໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ເພື່ອແນໃສ່ຮັກສາການແລກປ່ຽນຍຸດທະສາດຂັ້ນສູງ, ຫັນເປັນລະອຽດ ແລະ ຜັນຂະຫຍາຍການປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສຸດຂອງ 2 ພັກ, 2 ລັດ, ປະກອບສ່ວນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເລິກເຊິ່ງຂຶ້ນຕື່ມ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດ, ນຳມາເຊິ່ງບັນດາຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ”.

        ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ, 2 ຝ່າຍສືບຕໍ່ຊຸກຍູ້, ເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງບັນດາອົງການຈັດຕັ້ງປະຊາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມ; ເພີ່ມທະວີວຽກງານຖະແຫຼງຂ່າວ, ຕັ້ງໜ້າໂຄສະນາກ່ຽວກັບສາຍພົວພັນມິດຕະພາບ ຫວຽດນາມ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ