ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເຮັດ​ວຽກ ກັບ​ຄະ​ນະ​ປະ​ຈຳ ຄະ​ນະ​ພັກ​ນະ​ຄ​ອນ​ ດ່າ​ນັ້ງ

(VOVWORLD) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ດ່ານັ້ງ, ຕອນບ່າຍວັນທີ 11 ພະຈິກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຮັດວຽກກັບຄະນະປະຈຳ ຄະນະພັກນະຄອນ ດ່ານັ້ງ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເຮັດ​ວຽກ ກັບ​ຄະ​ນະ​ປະ​ຈຳ ຄະ​ນະ​ພັກ​ນະ​ຄ​ອນ​ ດ່າ​ນັ້ງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ທ່ານປະທານສະພາແຫ່ງຊາດໄດ້ ຕີລາຄາສູງ ແລະ ເຊີດຊູບັນດາໝາກຜົນ ເຊິ່ງດ່ານັ້ງ ບັນລຸໄດ້ໃນໄລຍະຜ່ານມາ, ແລະ ຊີ້ແຈ້ງວ່າ ດ່ານັ້ງ ແມ່ນໜຶ່ງໃນ 5 ນະຄອນທຳອິດ ຂຶ້ນກັບສູງກາງ ທີ່ໄດ້ຮັບການເຊັນອະນຸມັດວາງແຜນຜັງ ດ້ວຍຈິນຕະນາການ, ວິໄສທັດຍາວໄກ ແລະ ບຸກທະລຸທີ່ສຸດ. ທາງນະຄອນ ກໍ່ສ້າງໄດ້ຄວາມໄວ້ວາງໃຈສູງຕໍ່ປະຊາຄົມ ວິສາຫະກິດ ແລະ ແຂກທ່ອງທ່ຽວ; ຖັນແຖວການນຳ ແລະ ປະຊາຊົນມີຈິດໃຈຄວາມຮັບຜິດຊອບ, ກ້າຄິດກ້າທຳ. ບົນພື້ນຖານນ້ັນ, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທາງນະຄອນ ຈະ ມີບາດກ້າວພັດທະນາທີ່ກະໂດດຂັ້ນ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາໃນອະນາຄົດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີ ດ່ານັ້ງ ມີໂຄງການຜັນຂະຫຍາຍປະຕິບັດການວາງແຜນຜັງນະຄອນດ່ານັ້ງ ໃນໄລຍະ 2021 – 2030, ວິໄສທັດຮອດປີ 2050 ທີ່ຫາກໍ່ໄດ້ເຊັນອະນຸມັດ, ເຮັດໃຫມ່ກຳລັງໜູນການເຕີບໂຕເກົ່າ, ພ້ອມທັງຊອກຫາບັນດາກຳລັງໜູນໃນການເຕີບໂຕໃຫມ່ໂດຍໄວ, ໃນນັ້ນຕ້ອງຍູ້ໄວການປະຕິບັດໂຄງການທ່າກຳປັ່ນ ລຽນຈ໋ຽວ ຍ້ອນວ່າ ນີ້ແມ່ນກຳລັງໜູນເຕີບໂຕໃໝ່ຂອງ ດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ