ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບການນຳແຂວງ ຢາລາຍ

(VOVWORLD) - ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ແຂວງ ຢາລາຍ ສ້າງ ແລະ ຜັນຂະຫຍາຍແຜນການ, ທິດທາງການພັດທະນາເສດຖະກິດ - ສັງຄົມໃຫ້ມີປະສິດທິຜົນ ແລະ ຮັບປະກັນການປ້ອງກັນຊາດ...
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບການນຳແຂວງ ຢາລາຍ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມອບຂອງຂວັນໃຫ້ຄະນະປະຈຳຄະນະພັກແຂວງ ຢາລາຍ
(ພາບ:Lâm Hiển/quochoi.vn)

ຕອນບ່າຍວັນທີ 26 ມັງກອນ, ຢູ່ແຂວງ ຢາລາຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຢາລາຍ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ແຂວງ ຢາລາຍ ສ້າງ ແລະ ຜັນຂະຫຍາຍແຜນການ, ທິດທາງການພັດທະນາເສດຖະກິດ - ສັງຄົມໃຫ້ມີປະສິດທິຜົນ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດ ໄຕງວຽນ ຮອດປີ 2030, ວິໄສທັດຮອດປີ 2045; ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງຂອງປະເທດຊາດ, ປະຕິບັດວຽກງານປະຕິຮູບການບໍລິຫານໃຫ້ເປັນຢ່າງດີ; ປ່ອຍເງິນລົງທຶນສາທາລະນະ; ຮຽກຮ້ອງການດຶງດູດນັກລົງທຶນປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ ເພືື່ອເພີ່ມມູນຄ່າເພີ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ