ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ ​​ທ່ານເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຊຽງ​ໄຮ້ Chen Jining

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະສະໜັບສະໜູນ, ສ້າງເງື່ອນໄຂເພີ່ມທະວີການພົວພັນຮ່ວມມືມິດຕະພາບ ລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ຈີນD
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ ​​ທ່ານເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຊຽງ​ໄຮ້ Chen Jining - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບທ່ານ Chen Jining ເລຂາຄະນະພັກນະຄອນ ຊຽງໄຮ້

ໂດຍສືບຕໍ່ລາຍການຢ້ຽມຢາມຈີນ ຢ່າງເປັນທາງການ (7 – 12 ເມສາ), ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນ ຊຽງໄຮ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Chen Jining ເລຂາຄະນະພັກນະຄອນ ຊຽງໄຮ້.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະສະໜັບສະໜູນ, ສ້າງເງື່ອນໄຂເພີ່ມທະວີການພົວພັນຮ່ວມມືມິດຕະພາບ ລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ຈີນ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີການພົວພັນມາແຕ່ດົນນານ, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃນການຮ່ວມມືຄື ນະຄອນ ຊຽງໄຮ້, ທ່ານເນັ້ນໜັກເຖິງຫຼາຍນະໂຍບາຍປະຕິຮູບ, ເປີດປະຕູ, ທົດລອງ… ຂອງຊຽງໄຮ້ ບໍ່ພຽງແຕ່ປະກອບສ່ວນ ໃຫ້ ປະເທດ ຈີນ ໂດຍກົງເທົ່ານັ້ນ ຫາກຍັງເປັນປະໂຫຍດໃຫ້ແກ່ການທາມທາບສຳລັບຫຼາຍປະເທດ, ໃນນັ້ນມີ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ ການພົບປະແລກປ່ຽນ, ຮ່ວມມືລະຫວ່າງ ຊຽງໄຮ້ ແລະ ບັນດາທ້ອງຖິ່ນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ, ມີພື້ນຖານອັນໝັ້ນແກ່ນ ແລະ ມີລັກສະນະສະໜັບສະໜູນເຊິ່ງກັນ ແລະ ກັນສູງ, ຊຽງໄຮ້ ແມ່ນຕະຫຼາດສົ່ງອອກສຳຄັນຂອງ ຫວຽດນາມ, ໃນຂະນະທີ່ຫວຽດນາມ ແມ່ນສະຖານທີ່ມາລົງທຶນທີ່ມີຄວາມສາມາດບົ່ມຊ້ອນຂອງວິສາຫະກິດ ຊຽງໄຮ້.

ສ່ວນທ່ານ chen Jining ໄດ້ຢັ້ງຢືນວ່າ ຊຽງໄຮ້ ຖືການພົວພັນຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຂອງ ຫວຽດນາມ ເປັນສຳຄັນ, ແລະປາດຖະໜາຢາກພ້ອມກັບບັນດາທ້ອງຖິ່ນຂອງ ຫວຽດນາມ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວພົບປະແລກປ່ຽນປະຊາຊົນ ໃຫ້ເຂົ້າສູ່ລວງເລິກ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການໃນການກໍ່ສ້າງ, ຄຸ້ມຄອງຕົວເມືອງ ແລະ ສັງຄົມກັບ ຫວຽດນາມ.

ໃນກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຊຽງໄຮ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບການນຳ ກຸ່ມບໍລິສັດໃຫຍ່ຈຳນວນໜຶ່ງຂອງຈີນ ຄື: TCL, Tianmeng, Texhong, ZTE, ກຸ່ມບໍລິສັດກໍ່ສ້າງ ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ