ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບບັນດາກຸ່ມບໍລິສັດ ບຸນກາຣີ

(VOVWORLD) - ຫວຽດນາມ ຍາມໃດກໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບບັນດາກຸ່ມບໍລິສັດ ບຸນກາຣີ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບການນຳກຸ່ມບໍລິສັດ SoPharma
(ພາບ:Doãn Tấn/TTXVN)

ໃນຂອບເຂດການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ, ຕອນເຊົ້າວັນທີ 25 ກັນຍາ (ຕາມເວລາ ຫວຽດນາມ), ຢູ່ນະຄອນຫຼວງ Sofia, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ: SoPharma, ກຸ່ມບໍລິສັດ DSV.

        ທີ່ການຕ້ອນຮັບການນຳກຸ່ມບໍລິສັດ SoPharma, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງການຮ່ວມມືຂອງບໍລິສັດຢູ່ ຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ. ຕາມນັ້ນແລ້ວ, ກຸ່ມບໍລິສັດອາດຈະຊອກຮູ້ກົດໝາຍ, ເງື່ອນໄຂການຈໍລະຈອນ, ຈຳໜ່າຍຜະລິດຕະພັນການຢາຢູ່ ຫວຽດນາມ. ພ້ອມນັ້ນ, ຊອກຫາກາລະໂອກາດລົງທຶນ, ຄົ້ນຄ້ວາຜະລິດຢາປິ່ນປົວພະຍາດເຂດຮ້ອນໃຫ້ແກ່ຕະຫຼາດ ຫວຽດນາມ, ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ ເວົ້າລວມ.

        ທີ່ການຕ້ອນຮັບການນຳກຸ່ມບໍລິສັດ DSV, ທີ່ມີສຳນັກງານຕັ້ງຢູ່ ບຸນກາຣີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກ ໃຫ້ແກ່ການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດ ຕ່າງປະເທດ. ຫວຽດນາມ ພ້ອມແລ້ວຮັບຂໍ້ສະເໜີຂອງບັນດາວິສາຫະກິດ ເພື່ອເພີ່ມທະວີໂອກາດຮ່ວມມືກັບວິສາຫະກິດ ບຸນກາຣີ ເວົ້າສະເພາະ ແລະ ວິສາຫະກິດ ເອີລົບ ເວົ້າລວມ.               

ຕອບກັບ

ຂ່າວ/ບົດ​ອື່ນ