ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປອວຍພອນບຸນເຕັດຢູ່ ນະຄອນຫລວງ ຮ່າໂນ້ຍ

(VOVWORLD) - ເນື່ອງໃນໂອກາດບຸນເຕັດປີມະໂລງ 2024, ຕອນບ່າຍວັນທີ 7 ກຸມພາ ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມເວືອງດິ່ງເຫວະ ໄດ້ລົງອວຍພອນບຸນເຕັດອຳນາດການປົກຄອງ ແລະ ປະຊາຊົນ ນະຄອນຫລວງ ຮ່າໂນ້ຍ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປອວຍພອນບຸນເຕັດຢູ່ ນະຄອນຫລວງ ຮ່າໂນ້ຍ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ອວຍພອນບຸນເຕັດພະນັກງານຫລັກແຫລ່ງນະຄອນຫລວງ ຮ່າໂນ້ຍ: ພາບ: Nhan Sáng/TTXVN

ທ່ານປະທານສະພາແຫ່ງຊາດ ຕີລາຄາວ່າ ປີຜ່ານມາ ເສດຖະກິດ - ສັງຄົມຂອງຮ່າໂນ້ຍ ໄດ້ປະຕິບັດສຳເລັດຄາດໝາຍວາງອອກເກືອບທັງໝົດ, ບັນດາຂົງເຂດວັດທະນະທຳ, ສັງຄົມ ໄດ້ຮັບຄວາມເອົາໃຈໃສ່ເພື່ອພັດທະນາ. ຂົງເຂດທ່ອງທ່ຽວໄດ້ຮັບການຟື້ນຟູຢ່າງແຮງ, ກາຍເປັນ ຈຸດເດັ່ນ ຂອງທັງປະເທດ; ພື້ນຖານໂຄງລ່າງຄົມມະນາຄົມໄດ້ຮັບການລົງທຶນຢ່າງຄົບຊຸດ, ມີຫລາຍກິດຈະກຳສຳຄັນໄດ້ເລີ່ມລົງມືກໍ່ສ້າງ, ແລະ ໄດ້ນຳເຂົ້າໃຊ້ການ.

ໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຮຽກຮ້ອງນະຄອນຫລວງຮ່າໂນ້ຍ ຕ້ອງສ້າງບັນດາຍຸດທະສາດພັດທະນາໂດຍມີວິໄສທັດຍາວໄກ, ສຸມໃສ່ພັດທະນານະຄອນຫລວງໃຫ້ກາຍເປັນນະຄອນເພື່ອສັນຕິພາບ, ປະດິດຄິດສ້າງ, ສູນກາງດ້ານການເມືອງ, ວັດທະນະທຳ, ການສຶກສາ ແລະບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ເສດຖະກິດ ແລະ ການເຊື່ອມໂຍງເຂົ້າກັບສາກົນ,ເປັນກຳລັງຫນູນຊຸກຍູ້ເຂດທົ່ງພຽງແມ່ນ້ຳແດງ, ເຂດເສດຖະກິດຈຸດສຸມຂອງພາກເຫນືອ ແລະ ທັງປະເທດ, ພັດທະນາໃຫ້ທັດທຽມກັບ ນະຄອນຫລວງ ບັນດາປະເທດອື່ນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ