ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຟງ​ລັງ Jussi Hallla -aho ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ Jussi Halla-aho ຢູ່ນອກພາກພື້ນ ເອີຣົບ. ນັບແຕ່ເມື່ອ ທ່ານຮັບດຳລົງຕຳແໜ່ງ ແລະ ໃນການຢ້ຽມຢາມຄັ້ງນີ້ ຈະຢ້ຽມຢາມປະເທດ ຫວຽດນາມ ໂດຍສະເພາະ, ໂດຍບໍ່ໄດ້ສົມທົບກັບການຢ້ຽມຢາມປະເທດອື່ນໃດ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຟງ​ລັງ Jussi Hallla -aho ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານສະພາແຫ່ງຊາດ ແຟງລັງ Jussi Halla – aho ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ພາບ: quochoi.vn)

ໂດຍຕອບຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານປະທານສະພາແຫ່ງຊາດ ແຟງລັງ Jussi Halla – aho  ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ແຟງລັງ ໄດ້ເດີນທາງມາຮອດຮ່າໂນ້ຍ ໃນວັນທີ 24 ມີນາ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 24 – 26 ມີນາ. ທີ່ການຕ້ອນຮັບຄະນະຢູ່ສະໜາມບິນ ມີ: ທ່ານ ເລແອັງຕວັນ ຮອງປະທານກຳມາທິການການຕ່າງປະເທດ; ທ່ານເອກອັກຄະລັດຖະທູດ ແຟງລັງປະຈຳ ຫວຽດນາມ Keijo Norvanto. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ Jussi Halla-aho ຢູ່ນອກພາກພື້ນ ເອີຣົບ. ນັບແຕ່ເມື່ອ ທ່ານຮັບດຳລົງຕຳແໜ່ງ ແລະ ໃນການຢ້ຽມຢາມຄັ້ງນີ້ ຈະຢ້ຽມຢາມປະເທດ ຫວຽດນາມ ໂດຍສະເພາະ, ໂດຍບໍ່ໄດ້ສົມທົບກັບການຢ້ຽມຢາມປະເທດອື່ນໃດ. ສິ່ງດັ່ງກ່າວສະແດງໃຫ້ເຫັນທີ່ຕັ້ງພິເສດຂອງ ຫວຽດນາມ ໃນນະໂຍບາຍພົວພັນຕ່າງປະເທດຂອງ ແຟງລັງ  ກໍຄື ການພົວພັນມິດຕະພາບອັນດີງາມລະຫວ່າງອົງການນິຕິບັນຍັດສອງປະເທດ.

ການຢ້ຽມຢາມຄັ້ງນີ້ ກໍເປັນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ແຟງລັງ - ຫວຽດນາມ ຄົບຮອບ 50 ປີ (1973 – 2023).


ຕອບກັບ

ຂ່າວ/ບົດ​ອື່ນ