ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕີງ

ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕີງ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
 ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ຮ່າ​ຕີງ
(ພາບ: baohatinh)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/03, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລະ ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ຮ່າ​ຕີງ, ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແມ່ນ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ, ​ເມືອງ, ​ເທດສະບານ​ແຂວງ ຮ່າ​ຕີງ. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ກອງ​ປະຊຸ​ມສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ຕັດສິນ​ກ່ຽວ​ກັບບຸກຄະລາ​ກອນທີ່​ເປັນ​ການ​ນຳຂອງ​ປະ​ເທດ, ຕົກລົງ​ບັນດາ​ບັນຫາ​ສຳຄັນ​ທີ່​ສຸດ, ກໍ່​ຄື​ຕີ​ລາຄາ 5 ປີ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ວາງທິດ​ທາງ​ໜ້າ​ທີ່​ໃຫ້ 5 ປີ​ຈະ​ມາ​ເຖິງ. ​ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ປະກາດ​ໃຊ້​ກົດໝາຍ​ຫລາຍ​ສະບັບ, ​ໃນ​ນັ້ນ​ມີ​ລັດຖະທຳ​ທະນູ​ນປີ 2013. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງຮຸ່ງ ສະ​ເໜີ​ແຂວງ ຮ່າ​ຕີງ ກະກຽ​ມ​ຢ່າງ​ລອບ​ຄອບເພື່ອ​​ໃຫ້ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ປະສົບ​ກັບ​ຜົນສຳ​ເລັດ​ຢ່າງດີງາມ, ​ເລືອກ​​ເຟັ້ນບັນດາ​ຜູ້​ທີ​ມີຄຸນສົມບັດ, ມີ​ຄວາມ​ເກັ່ງ​ກ້າສາມາດ​ ເພື່ອຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເຂົ້າໃນ​ບັນດາ​ອົງການ​​ໂດຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ຖື​ວ່າ: ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ແຂວງ ຮ່າ​ຕີງ ຄວນ​ຕັດສິນ​ໃຈ, ​ເຫັນ​ດີ​ເຫັນ​ພ້ອມ​ປະຕິບັດ​ບັນດາ​ມະຕິ​ຂອງ​ພັກ​ຢ່າງ​ມີ​ໄຊ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ແບບ​ຍືຍຍົງ, ກໍ່ສ້າງ ຮ່າ​ຕີງ ​ໃຫ້ກາຍ​​ເປັນ​ແຂວງຮັ່ງມີ​ສວຍ​ງາມ, ປະຊາຊົນ​ມີ​ຊີວິດ​ອິ່ມໜຳສຳລານ ​ແລະ ມີ​ຄວາມຜາ​ສຸກ.

 


ຂ່າວ/ບົດ​ອື່ນ