ທ່ານປະທານສະພາແຫ່ງຊາດຫວຽດນາມ ພົບປະກັບກັບທ່ານນາງຮອງປະທານາທິບໍດີ ຟິລິບປິນ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ຟິລິບປິນ ຢ່າງເປັນທາງການ, ວັນທີ 24 ພະຈິກ, ຢູ່ ນະຄອນຫລວງ ມານີລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດິງເຫວະ ໄດ້ມີການພົບປະກັບທ່ານນາງຮອງປະທານາທິບໍດີ ຟິລິບປິນ Sara Duterte.

ທ່ານປະທານສະພາແຫ່ງຊາດຫວຽດນາມ ພົບປະກັບກັບທ່ານນາງຮອງປະທານາທິບໍດີ ຟິລິບປິນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານນາງຮອງປະທານາທິບໍດີ ຟິລິບປິນ Sara Duterte. (ພາບ: VOV)

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນ: ການຢ້ຽມຢາມປະກອບສ່ວນປັບປຸງ, ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ຟິລິບປິນ ເວົ້າລວມ ແລະລະຫວ່າງອົງການນິຕິບັນຍັດສອງປະເທດເວົ້າສະເພາະ. ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະຫນັບສະຫນູນເລື່ອງສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ ແລະດຳເນີນທຸລະກິດຂອງວິສາຫະກິດ ຟິລິບປິນ  ຢູ່ ຫວຽດນາມ ແລະ ສະເຫນີທ່ານນາງ ສືບຕໍ່ສະຫນັບສະຫນູນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງສອງປະເທດ.

ສ່ວນທ່ານນາງຮອງປະທານາທິບໍດີ ຟິລິບປິນ Sara Duterte ໄດ້ຕີລາຄາສູງການຢ້ຽມຢາມ ຟິລິບປິນ ຄັ້ງທຳອິດຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ອວຍພອນ ຫວຽດນາມ ບັນລຸໄດ້ຫລາຍໝາກຜົນຫນ້າປະທັບໃຈໃນການຟື້ນຕົວໄລຍະຫລັງ ໂຄວິດ 19 ແລະພັດທະນາເສດຖະກິດສັງຄົມ, ກາຍເປັນສູນເສດຖະກິດຂອງພາກພື້ນ.

ການນຳສອງທ່ານເຫັນດີ ເພີ່ມທະວີການພົວພັນໃນທຸກຊ່ອງທາງ: ພັກ, ລັດຖະບານ, ລັດຖະສະພາ, ການພົວພັນແລກປ່ຽນປະຊາຊົນ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ ນະຄອນຫລວງ ມານີລາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບ ທ່ານ Oriental Corazon Nunez Malanyaon ຜູ້ວ່າການ ແຂວງ Davao ແລະ ຕ້ອນຮັບການນຳບາງບໍລິສັດ, ກຸ່ມບໍລິສັດໃຫຍ່ຂອງ ຟິລີບປິນ.

 

ຕອບກັບ

ຂ່າວ/ບົດ​ອື່ນ