ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ພະ​ນັກ​ງານ, ນັກ​ຮົບ​ຕຳຫຼວດ ແລະ ກຳ​ລັງ​ສາ​ທາ​ລະ​ນະ​ສຸກ​ຢູ່​ແນວ​ໜ້າ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ກ່າ​ເມົາ

(VOVWORLD) -ຕອນເຊົ້າວັນທີ 25 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຕຳຫຼວດ ແລະ ກຳລັງສາທາລະນະສຸກຢູ່ແນວໜ້າຕ້ານໂລກລະບາດໃນບໍລິເວນແຂວງ ກ່າເມົາ. 
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ພະ​ນັກ​ງານ, ນັກ​ຮົບ​ຕຳຫຼວດ ແລະ ກຳ​ລັງ​ສາ​ທາ​ລະ​ນະ​ສຸກ​ຢູ່​ແນວ​ໜ້າ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ກ່າ​ເມົາ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້

ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຕອນເຊົ້າວັນທີ 25 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຕຳຫຼວດ ແລະ ກຳລັງສາທາລະນະສຸກຢູ່ແນວໜ້າຕ້ານໂລກລະບາດໃນບໍລິເວນແຂວງ ກ່າເມົາ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວວ່າ:

        “ພ້ອມກັບກຳລັງກອງທັບ, ທະຫານປ້ອງກັນຊາຍແດນ ແລະ ທົ່ວປວງຊົນ, ຈົ່ງປັບປຸງກຳລັງປ້ອງກັນຊາດທົ່ວປວງຊົນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ. ຢາກເຮັດໄດ້ສິ່ງດັ່ງກ່າວຕ້ອງໃກ້ຊິດຕິດແທດ, ປະຕິບັດຄຳຊີ້ນຳ ຮອບດ້ານ ແລະ ໂດຍກົງຂອງພັກ, ຂອງອົງຄະນະພັກແຂວງກ່າເມົາ ແລະ ອົງຄະນະພັກຕຳຫຼວດສູນກາງ ເຂັ້ມງວດ. ບໍ່ປະໃຫ້ຕົກໃນທ່າຮັບຢ່າງເດັດຂາດ, ປະກອບສ່ວນເຂົ້າໃນທົ່ວລະບົບການເມືອງ, ປົກປັກຮັກສາຄວາມສະຫງົບ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ ແລະ ປົກປັກຮັກສາອະທິປະໄຕທະເລໝູ່ເກາະ, ຜືນແຜ່ນດິນອັນສັກສິດຂອງປະເທດຊາດ”.

        ຕອນເຊົ້າໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ແລະ ຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນ, ດອກໄມ້ ຢູ່ເຂດອະນຸສາວະລີ ປະທານໂຮ່ຈີມິນ, ເທດສະບານ 1, ນະຄອນ ກ່າເມົາ; ຢ້ຽມຢາມ ແລະ ມອບຂອງຂວັນແກ່ແມ່ ຫວຽດນາມ ວິລະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ