ທ່ານປະທານາທິບໍດີ Donald Trump ນາບຂູ່ວ່າ ອາເມລິກາ ຈະຖອນຕົວອອກຈາກ WTO

(VOVWORLD) -ທ່ານ Donald Trump ຖືວ່າ ອາເມລິກາຖືກປະພຶດ ໂດຍບໍ່ມີຄວາມຍຸຕິທໍາໃນການຄ້າສາກົນ ແລະ ຕໍາໜິຕິຕຽນ WTO ໄດ້ປະໃຫ້ສິ່ງດັ່ງກ່າວເກີດຂຶ້ນ.

ທ່ານປະທານາທິບໍດີ Donald Trump ນາບຂູ່ວ່າ ອາເມລິກາ ຈະຖອນຕົວອອກຈາກ WTO - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump 

(ພາບ: Getty Image)

ວັນທີ 30 ສິງຫາ, ທ່ານປະທານາທິບໍດີອາເມລິກາ Donald Trump ນາບຂູ່ວ່າຈະຖອນຕົວອອກຈາກອົງການການຄ້າໂລກ (WTO) ຖ້າຫາກອົງການດັ່ງກ່າວ “ບໍ່ມີການດັດປັບ”. ເມື່ອຕອບສໍາພາດຕໍ່ສໍານັກຂ່າວ Bloomberg,  ທ່ານ Donald Trump ເນັ້ນໜັກວ່າ: “ຖ້າຫາກເຂົາເຈົ້າບໍ່ມີການດັດປັບ, ຂ້າພະເຈົ້າຈະຖອນຕົວອອກຈາກ WTO”. ທ່ານ Donald Trump ຖືວ່າ ອາເມລິກາຖືກປະພຶດ ໂດຍບໍ່ມີຄວາມຍຸຕິທໍາໃນການຄ້າສາກົນ ແລະ ຕໍາໜິຕິຕຽນ WTO ໄດ້ປະໃຫ້ສິ່ງດັ່ງກ່າວເກີດຂຶ້ນ. ຕົ້ນເດືອນກໍລະກົດ ຜ່ານມາ, ທ່ານ Donald Trump ກໍເຄີຍນາບຂູ່ວ່າ ຈະມີການກະທໍາຕ້ານຄືນ WTO, ເຖິງວ່າທ່ານບໍ່ໄດ້ແຈ້ງລາຍລະອຽດ.

        ຕາມວົງການນັກສັງເກດການແລ້ວ, ເລື່ອງ ອາເມລິກາ ຈະຖອນຕົວອອກຈາກ WTO ຈະເປັນການທໍາລາຍໜຶ່ງໃນບັນດາພື້ນຖານຂອງລະບົບການຄ້າທົ່ວໂລກ ເຊິ່ງໃນນັ້ນ ມີການປະກອບສ່ວນຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ