ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ: ອາ​ຊຽນ ແມ່ນ “ອົງ​ການ​ທີ່​ດີ​ເລີດ” ໃນ​ພາກ​ພື້ນ

(VOVWORLD) -   ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 54 ປີ, ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ໄດ້ສົ່ງສານ ໂດຍເນັ້ນໜັກເຖິງບົດບາດຂອງ ອາຊຽນ ໃນການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ: ອາ​ຊຽນ ແມ່ນ “ອົງ​ການ​ທີ່​ດີ​ເລີດ” ໃນ​ພາກ​ພື້ນ - ảnh 1ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte (ພາບ: ຄະນະສື່ສານຂອງປະທານາທິບໍດີ)  

ສານຂອງທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ໄດ້ຢັ້ງຢືນວ່າ ອາຊຽນ ຈະເອົາຊະນະຕໍ່ໂລກລະບາດໂຄວິດ - 19 ແລະ ສືບຕໍ່ບືນຕົວຂຶ້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍ ແລະ ນຳພາພາກພື້ນ ດ້ວຍຈຸດປະສົງ ແລະ ຄຳໝັ້ນສັນຍາທີ່ໝັ້ນຄົງກວ່າ, ດ້ວຍອຸດົມການສັນຕິພາບ, ເສລີພາບ ແລະ ວັດທະນາຖາວອນ.

ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ຖືວ່າ ອາຊຽນ ແມ່ນ “ອົງການດີເລີດຂອງພາກພື້ນ ອາຊີຕາເວັນອອກ” ແລະ ແມ່ນ “ໜຶ່ງໃນບັນດາກົນໄກທີ່ປະສົບຜົນສຳເລັດທີ່ສຸດໃນໂລກ”. ການນຳ ຟີລິບປິນ ຢັ້ງຢືນວ່າ ດ້ວຍໄລຍະເວລາກວ່າ 5 ທົດສະວັດ ແຫ່ງການກໍ່ສ້າງປະຊາຄົມ, ອາຊຽນ ໄດ້ພັດທະນາຈາກກຳລັງແຮງນີ້ໄປສູ່ກຳລັງແຮງອື່ນ ໃນເມື່ອໄມຕີຈິດມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດສະມາຊິກນັບມື້ນັບເລິກເຊິ່ງ.

ເຮືອງຈ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ