ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນຢ້ຽມ​ຢາມ​ອັງ​ກິດ

(VOVWORLD) - ທ່ານປະທານາທິບໍດີ Zelensky ກໍ່ສະແດງຄວາມປະເອີບໃຈກ່ຽວກັບຄວາມອາດສາມາດທີ່ຂໍ້ຕົກລົງສະໜອງເຮືອບິນສູ້ຮົບຈະໄດ້ຮັບການລົງນາມກັບບັນດາປະເທດສຳພັນທະມິດ ໃນເວລາໄວທີ່ສຸດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນຢ້ຽມ​ຢາມ​ອັງ​ກິດ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  (ພາບ: TTXVN)

ວັນທີ 15 ພຶດສະພາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ເດີນທາງໄປຮອດ ອັງກິດ ເພື່ອພົບກັບທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak. ອັງກິດແມ່ນປາຍທາງຕໍ່ໄປຂອງການນຳຢູແກຼນພາຍຫຼັງໄປຢ້ຽມຢາມ ອີຕາລີ, ເຢຍລະມັນ ແລະ ຝລັ່ງ, ໃນຂອບເຂດການຢ້ຽມຢາມເອີລົບ ເພື່ອແນໃສ່ຮຽກຮ້ອງການເພີ່ມທະວີການໜູນຊ່ວຍ Kiev ນັບທັງດ້ານການເງິນ ແລະ ການທະຫານ.

ທີ່ການຕ້ອນຮັບທ່ານປະທານາທິບໍດີ Volodymyr Zelensky ຢູ່ທຳນຽບ Chequers ເຂດ Buckingshire, ໃກ້ກັບນະຄອນຫຼວງລອນດອນ, ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ໃຫ້ຄຳໝັ້ນສັນຍາ ໃນຊຸມເດືອນຈະມາເຖິງ ຈະສະໜອງ ລູກສອນໄຟປ້ອງກັນທາງອາກາດ ແລະ ລະບົບເຮືອບິນບໍ່ມີຄົນຂັບໃຫ້ຢູແກຼນ. ຝ່າຍອັງກິດກໍ່ໃຫ້ຮູ້ວ່າຈະ ເລີ່ມຜັນຂະຫຍາຍການຝືກແອບໂດຍພື້ນຖານໃຫ້ແກ່ ນັກບິນຢູແກຼນ ນັບແຕ່ລະດູຮ້ອນປີນີ້, ພ້ອມທັງສົມທົບກັບບັນດາປະເທດສຳພັນທະມິດເພື່ອແນໃສ່ຮັບປະກັນແຫຼ່ງສະໜອງເຮືອບິນອາຍພົ່ນ F-16. ທ່ານນາຍົກລັດຖະມົນຕີ Rishi Sunak ໃຫ້ຮູ້ວ່າຈະ ປຶກສາຫາລືບັນຫານີ້ກັບການນຳບັນດາປະເທດສຳພັນທະມິດຢູ່ກອງປະຊຸມຈະມາເຖິງກັບສະພາເອີລົບ ແລະ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7). ສ່ວນທ່ານປະທານາທິບໍດີ Zelensky ກໍ່ສະແດງຄວາມປະເອີບໃຈກ່ຽວກັບຄວາມອາດສາມາດທີ່ຂໍ້ຕົກລົງສະໜອງເຮືອບິນສູ້ຮົບຈະໄດ້ຮັບການລົງນາມກັບບັນດາປະເທດສຳພັນທະມິດ ໃນເວລາໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ