ທ່ານປະທານາທິບໍດີ ລັດເຊຍ V.Putin ກ່າວສານສະຫະພັນປີ 2020

(VOVWORLD) - ຕອນທ່ຽງວັນທີ 15 ມັງກອນ, ຕາມເວລາທ້ອງຖິ່ນ, ຢູ່ສູນວາງສະແດງແຫ່ງຊາດ Manezh, ນະຄອນຫລວງ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ V.Putin ໄດ້ກ່າວສານສະຫະພັນປີ 2020 ຕໍ່ໜ້າກອງປະຊຸມສະຫະພັນ ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນເກືອບ 1300 ທ່ານ ແລະ ນັກຂ່າວຢູ່ພາຍໃນປະເທດ ແລະ ສາກົນເກືອບ 900 ຄົນ.
ທ່ານປະທານາທິບໍດີ ລັດເຊຍ V.Putin ກ່າວສານສະຫະພັນປີ 2020 - ảnh 1ທ່ານປະທານາທິບໍດີ ລັດເຊຍ V.Putin ກ່າວສານສະຫະພັນປີ 2020 (ພາບ:  AFP/TTXVN) 

        ກ່ຽວກັບບັນດາຂົງເຂດຊີວິດການເປັນຢູ່, ທ່ານ Putin ເນັ້ນໜັກວ່າ ໃນຊຸມປີຈະມາເຖິງ, ຈະເພີ່ມເງິນເດືອນໃຫ້ແກ່ຄູອາຈານ, ເພີ່ມງົບປະມານໜ້ອຍໜຶ່ງໃຫ້ບັນດາມະຫາວິທະຍາໄລ; ໄພເງິນເຟີ້ພວມຢູ່ໃນລະດັບຕ່ຳ, ການເຕີບໂຕຂອງການລົງທຶນໃນແຕ່ລະປີບັນລຸຢ່າງໜ້ອຍສຸດແມ່ນ 5 % ເພື່ອໃຫ້ລະດັບການເຕີບໂຕ GDP ປີ 2021 ສູງກ່ວາລະດັບປານກາງຂອງໂລກ. ພ້ອມກັນນັ້ນ, ລັດເຊຍ ຈະໜູນຊ່ວຍບັນດາເຕັກໂນໂລຊີກຳນົດອະນາຄົດ ເພື່ອບັນລຸໄດ້ບາດກ້າວບຸກທະລຸ.

        ກ່ຽວກັບບັນຫາການຕ່າງປະເທດ, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ ລັດເຊຍ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີຄວາມສົນໃຈທັງໝົດ. ທ່ານໃຫ້ຮູ້ວ່າ: ຄວາມສາມາດໃນການປ້ອງກັນຂອງ ລັດເຊຍ ແມ່ນໄດ້ຮັບການຮັບປະກັນມາແຕ່ທົດສະວັດກ່ອນແລ້ວ ແຕ່ວ່າ ລັດເຊຍ ຍັງຕ້ອງການພັດທະນາບັນດາອາວຸດ ແລະ ລະບົບປ້ອງກັນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ