ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ປະ​ກາດ​ໂຮມດິນ​ແດນ 4 ເຂດ​ຂອງ ຢູ​ແກຼນ​ເຂົ້າ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ

(VOVWORLD) -ທ່ານ Putin ເນັ້ນໜັກວ່າ, ນີ້ແມ່ນຄວາມຫວັງຂອງປະຊາຊົນນັບລ້ານຄົນຢູ່ 4 ເຂດນີ້ ແລະ ເຂົາເຈົ້າ ໄດ້ຍົກອອກຂໍ້ຕົກລົງໃນການລົງປະຊາມະຕິ, ສິ້ນສຸດໃນວັນທີ 27 ກັນຍາທີ່ຜ່ານມາ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ປະ​ກາດ​ໂຮມດິນ​ແດນ 4 ເຂດ​ຂອງ ຢູ​ແກຼນ​ເຂົ້າ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)

ວັນທີ 30 ກັນຍາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເປັນປະທານພິທີລົງນາມກ່ຽວກັບການໂຮມດິນແດນ 4 ເຂດຂອງ ຢູແກຼນເຂົ້າ ລັດເຊຍ. 4 ເຂດດິນແດນໂຮມເຂົ້າລັດເຊຍ ລວມມີ: Kherson, Zaporizhzhia ຢູ່ທາງທິດໃຕ້ ແລະ Donetsk, Lugansk ຢູ່ພາກຕາເວັນອອກຂອງ ຢູແກຼນ. ທ່ານ Putin ເນັ້ນໜັກວ່າ, ນີ້ແມ່ນຄວາມຫວັງຂອງປະຊາຊົນນັບລ້ານຄົນຢູ່ 4 ເຂດນີ້ ແລະ ເຂົາເຈົ້າ ໄດ້ຍົກອອກຂໍ້ຕົກລົງໃນການລົງປະຊາມະຕິ, ສິ້ນສຸດໃນວັນທີ 27 ກັນຍາທີ່ຜ່ານມາ. ໃນບົດກ່າວປາໄສ, ທ່ານປະທານາທິບໍດີ Putin ກໍ່ຮຽກຮ້ອງໃຫ້ ຢູແກຼນ ຢຸດຕິບັນດາການກະທຳທາງທະຫານ ແລະ ກັບຄືນສູ່ໂຕະເຈລະຈາ. ຜູ້ຕາງໜ້າອຳນາດການປົກຄອງ 4 ເຂດດິນແດນດັ່ງກ່າວ ໄດ້ມີໜ້າຢູ່ ລັດເຊຍ ແລະ ປະຕິບັດສຳເລັດທຸກລະບຽບການ ໂຮມດິນແດນເຂົ້າລັດເຊຍ ຕາມສິດອຳນາດ ຢ່າງຖືກຕ້ອງຂອງແຜນການ.

        ສ່ວນທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ໄດ້ກ່າວເຕືອນວ່າ ຈະສືບຕໍ່ຕໍ່ສູ້ເພື່ອຍາດຊີງເອົາຄືນດິນແດນ ແລະ ບັງຄັບ ລັດເຊຍ ຕ້ອງຮັບຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດ. ໃນຖະແຫຼງການສະບັບໜຶ່ງຂອງທ່ານເລຂາທິການໃຫຍ່ ສປຊ ກໍ່ຖືວ່າ ລັດເຊຍ ບໍ່ຄວນໂຮມດິນແດນ 4 ເຂດນີ້ເຂົ້າປະເທດຕົນ ແລະ ຖືວ່ານີ້ແມ່ນບາດກ້າວ ປິນຂັ້ນໄດທີ່ອັນຕະລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ