ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຮຽກ​ຮ້ອງ​ໃຫ້​ກຽມ​ພ້ອມ​ຮັບ​ມື​ກັບ​ຄຳ​ສັ່ງ​ຂວ້ຳ​ບາດ​​ທາງ​ດ້ານນ້ຳ​ມັນ​ສະ​ບັບ​ໃໝ່​ຂອງ ອີ​ຢູ

(VOVWORLD) -  ວັນທີ 8 ກໍລະກົດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດນ້ຳມັນອາຍແກັດຂອງປະເທດນີ້ ກຽມພ້ອມຮັບມືກັບຄຳສັ່ງຂວ້ຳບາດທາງດ້ານນ້ຳມັນ ໃນການລົງໂທດຮອບໃໝ່ຂອງ ສະຫະພາບເອີຣົບ (ອີຢູ).
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຮຽກ​ຮ້ອງ​ໃຫ້​ກຽມ​ພ້ອມ​ຮັບ​ມື​ກັບ​ຄຳ​ສັ່ງ​ຂວ້ຳ​ບາດ​​ທາງ​ດ້ານນ້ຳ​ມັນ​ສະ​ບັບ​ໃໝ່​ຂອງ ອີ​ຢູ - ảnh 1ທ່ານປະທານາທິບໍດີລັດເຊຍ  Vladimir Putin (ພາບ: : AFP/TTXVN)

ຕາມປະມຸກລັດຂອງລັດເຊຍແລ້ວ, ປະລິມານການຂຸດຄົ້ນນ້ຳມັນອາຍແກັດຂອງລັດເຊຍ ນັບມື້ນັບຫຼາຍຂຶ້ນ. ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ປະລິມານຂຸດຄົ້ນນ້ຳມັນອາຍແກັດ ໃນເດືອນ ມິຖຸນານີ້ ບັນລຸ 10,7 ລ້ານຖັງ ຕໍ່ວັນ, ສູງກວ່າ 0,5 ລ້ານຖັງ ເມື່ອທຽບໃສ່ເດືອນກ່ອນໜ້ານັ້ນ. ພ້ອມດຽວກັນນັ້ນ, ທ່ານປະທານາທິບໍ ລັດເຊຍ ກໍໄດ້ກ່າວເຕືອນເລື່ອງ ຝ່າຍຕາເວັນຕົກສືບຕໍ່ຈັດວາງມາດຕະການຈຳກັດ ອາດຈະກໍ່ຜົນຕາມມາທີ່ຮ້າຍແຮງຕໍ່ພື້ນຖານເສດຖະກິດທົ່ວໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ