ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Yoon Suk Yeol ເຂົ້າ​ຮ່ວມຫຼາຍ​ການ​ເຄື່ອນ​ໄຫວ​ເນື່ອ​​ງໃນ​ໂອ​ກາດ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ

(VOVWORLD) -  ງານລາຕີເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ລະຫວ່າງສອງປະເທດ ແລະ ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມກົມກຽວລະຫວ່າງລຸ້ນຄົນໃນອະນາຄົດສອງປະເທດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Yoon Suk Yeol ເຂົ້າ​ຮ່ວມຫຼາຍ​ການ​ເຄື່ອນ​ໄຫວ​ເນື່ອ​​ງໃນ​ໂອ​ກາດ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ - ảnh 1 ທ່ານປະທານາທາບໍດີ  ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາ ເຂົ້າຮ່ວມງານລາຕີດົນຕີພົບປະແລກປ່ຽນວັດທະນະທຳ ສ.ເກົາຫຼີ - ຫວຽດນາມ (ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ນອກການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ຕອນຄ່ຳວັນທີ 22 ມິຖຸນາ, ທ່ານປະທານາທາບໍດີ  ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາ ໄດ້ເຂົ້າຮ່ວມງານລາຕີດົນຕີພົບປະແລກປ່ຽນວັດທະນະທຳ ສ.ເກົາຫຼີ - ຫວຽດນາມ ຢູ່ສູນກອງປະຊຸມແຫ່ງຊາດ. ງານລາຕີເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ລະຫວ່າງສອງປະເທດ ແລະ ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມກົມກຽວລະຫວ່າງລຸ້ນຄົນໃນອະນາຄົດສອງປະເທດ.

ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບນັກສຶກສາພະແນກພາສາ ແລະ ວັດທະນະທຳ ສ.ເກົາຫຼີ, ມະຫາວິທະຍາໄລພາສາຕ່າງປະເທດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ). ທ່ານປະທານາທິບໍດີ ສະແດງຄວາມຊົມເຊີຍ ເມື່ອນັບມື້ນັບມີໄວໜຸ່ມ ຫວຽດນາມ ຫຼາຍຄົນ, ບໍ່ພຽງແຕ່ແມ່ນນັກສຶກສາເທົ່ານັ້ນ ຫາກຍັງແມ່ນນັກຮຽນມັດທະຍົມຕອນປາຍທີ່ຮຽນພາສາ ສ.ເກົາຫຼີ ອີກດ້ວຍ.

ທີ່ການພົບປະ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາ ໄດ້ພົບປະ, ຕອບຄຳຖາມຂອງເພື່ອນໜຸ່ມ ຫວຽດນາມ ກ່ຽວກັບຄວາມງາມທາງດ້ານວັດທະນະທຳ ສ.ເກົາຫຼີ ແລະ ກະແສ ສ.ເກົາຫຼີຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ