ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ເລີ່ມ​ເດີນ​ທາງ​ໄປ​ຢ້ຽມ​ຢາມ 2 ປະ​ເທດ ຕາ​ເວັນ​ອອກ​ກາງ

(VOVWORLD) - ຜ່ານການຢ້ຽມຢາມຄັ້ງນີ້, ສ.ເກົາຫຼີ ປາດຖະໜາຢາກປັບປຸງການພົວພັນຮ່ວມມືກັບທັງສອງປະເທດ ຕາເວັນອອກກາງ, ພ້ອມທັງຂຸດຄົ້ນບັນດາຂົງເຂດຮ່ວມມືໃໝ່. ສ.ເກົາຫຼີ ປາດຖະໜາວ່າ ການພົວພັນກັບພາກພື້ນ ຕາເວັນອອກກາງນີ້ ບໍ່ພຽງແຕ່ໃນຂົງເຂດພະລັງງານ ແລະ ກໍ່ສ້າງເທົ່ານັ້ນ, ຫາກຈະຂະຫຍາຍອອກຫຼາຍຂົງເຂດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ເລີ່ມ​ເດີນ​ທາງ​ໄປ​ຢ້ຽມ​ຢາມ 2 ປະ​ເທດ ຕາ​ເວັນ​ອອກ​ກາງ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – yeol (ພາບ: TTXVN) 

ວັນທີ 21 ຕຸລາ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – yeol ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ອາຣັບບີ ຊະອຸດິ ແລະ ກາຕາ ເຊິ່ງຈະແກ່ຍາວຮອດວັນທີ 25 ຕຸລາ. ນີ້ແມ່ນຄັ້ງທຳອິດ ທີ່ທ່ານປະທານາທິບໍດີ ສ.ເກົາຫຼີ ມີການຢ້ຽມຢາມທາງລັດຖະກິດເຖິງ 2 ປະເທດຕາເວັນອອກກາງດັ່ງກ່າວ. ການຮ່ວມມືດ້ານເສດຖະກິດແມ່ນບຸລິມະສິດແຖວໜ້າໃນໂຄງການດຳເນີນງານຂອງທ່ານປະທານາທິບໍດີ Yoon Suk- yeol.

        ຜ່ານການຢ້ຽມຢາມຄັ້ງນີ້, ສ.ເກົາຫຼີ ປາດຖະໜາຢາກປັບປຸງການພົວພັນຮ່ວມມືກັບທັງສອງປະເທດ ຕາເວັນອອກກາງ, ພ້ອມທັງຂຸດຄົ້ນບັນດາຂົງເຂດຮ່ວມມືໃໝ່. ສ.ເກົາຫຼີ ປາດຖະໜາວ່າ ການພົວພັນກັບພາກພື້ນ ຕາເວັນອອກກາງນີ້ ບໍ່ພຽງແຕ່ໃນຂົງເຂດພະລັງງານ ແລະ ກໍ່ສ້າງເທົ່ານັ້ນ, ຫາກຈະຂະຫຍາຍອອກຫຼາຍຂົງເຂດ: ໄຮດໂຣ, ເຕັກໂນໂລຢີຂໍ້ມູນຂ່າວສານ, ລົດໂອໂຕ, ຕໍ່ກ່ຳປັ່ນ, ພະລັງງານທົດແທນ, ວັດທະນະທຳ, ການບັນເທີງ ແລະ ບັນດາຂະແໜງອຸດສາຫະກຳອື່ນໆ.


ຕອບກັບ

ຂ່າວ/ບົດ​ອື່ນ