ທ່ານປະທານາທິບໍດີ ອີຢິບ Abdel-Fattah El-Sisi ແລະ ຄູ່ຕຳແໜ່ງອາເມລິກາ Joe Biden ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອີຢິບ,

(VOVWORLD) - ອິນໂດເນເຊຍ ໄດ້ຢັ້ງຢືນວ່າ ປະເທດສະມາຊິກສ່ວນຫຼາຍຖືວ່າ, ທ່າອ່ຽງຂາດຄວາມໝັ້ນຄົງດ້ານທັນຍາຫານ ແລະ ພະລັງງານ ພວມເພີ່ມຂຶ້ນຢູ່ໃນລະດັບກ່າວເຕືອນ
ທ່ານປະທານາທິບໍດີ ອີຢິບ Abdel-Fattah El-Sisi ແລະ ຄູ່ຕຳແໜ່ງອາເມລິກາ Joe Biden ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອີຢິບ, - ảnh 1ກອງປະຊຸມ FMCBG (ພາບ:  AFP/TTXVN)

ວັນທີ 16 ກໍລະກົດ, ປະເທດເຈົ້າພາບຈັດກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 (ຫຼື FMCBG) ອິນໂດເນເຊຍ, ໃຫ້ຮູ້ວ່າ: ບັນດາສະມາຊິກຂອງກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ: ທ່າຟື້ນຟູເສດຖະກິດທົ່ວໂລກໄດ້ຖືກຊັກຊ້າລົງ ແລະ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຍ້ອນວິກິດການຢູ່ຢູແກຼນ. ໃນຖະແຫຼງການອັດກອງປະຊຸມ FMCBG ພາຍຫຼັງການເຮັດວຽກມາເປັນເວລາ 2 ວັນ, ອິນໂດເນເຊຍ ໄດ້ຢັ້ງຢືນວ່າ ປະເທດສະມາຊິກສ່ວນຫຼາຍຖືວ່າ, ທ່າອ່ຽງຂາດຄວາມໝັ້ນຄົງດ້ານທັນຍາຫານ ແລະ ພະລັງງານ ພວມເພີ່ມຂຶ້ນຢູ່ໃນລະດັບກ່າວເຕືອນ ແລະ ເຫັນດີເປັນເອກະພາບຈະສົມທົບກັນເຄື່ອນໄຫວຢ່າງວ່ອງໄວ ເພື່ອແກ້ໄຂບັນຫາດັ່ງກ່າວ. ທຸກປະເທດສະມາຊິກ ກໍ່ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາປະຕິບັດບັນດາການປ່ຽນແປງ ກ່ຽວກັບຂໍ້ກຳນົດດ້ານພາສີສາກົນ ເຊິ່ງຄາດວ່າມີຜົນສັກສິດໃນປີ 2024, ສົມທົບນະໂຍບາຍເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ 19, ຮັບມືກັບໄພເງິນເຟີ້ພວມເພີ່ມຂຶ້ນຢ່່າງວ່ອງໄວ ແລະ ການປ່ຽນແປງຂອງດິນຟ້າອາກາດ...

ກອງປະຊຸມ FMCBG ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ ອິນໂດເນເຊຍ ແຕ່ວັນທີ 15 – 16 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 400 ທ່ານທີ່ມາຈາກບັນດາປະເທດ G20 ແລະ ບັນດາອົງການສາກົນ, ມີລັດຖະມົນຕີການເງິນ 17 ທ່ານ ແລະ ຜູ້ວ່າການທະນາຄານສູນກາງ 10 ທ່ານເຂົ້າຮ່ວມໂດຍກົງ. ບັນດາຄວາມແຕກຕ່າງກັນໃນທັດສະນະກ່ຽວກັບບັນຫາ ຢູແກຼນ ໄດ້ເຮັດໃຫ້ກອງປະຊຸມບໍ່ສາມາດອອກຖະແຫຼງການຮ່ວມທາງການໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ