ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີີີ​ຣານ​ ຢັ້ງ​ຢືນ ບໍ່​ຍອມ​ຮັບ​ຄວາມ​ຮຽກ​ຮ້ອງ “ເກີ​ນ​ໄປ” ໃນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ

(VOVWORLD) - ວັນທີ 4 ພະຈິກ, ທ່ານປະທານາທິບໍດີ ອີຣານ Ebrahim Raisi ໄດ້ກ່າວເຕືອນ ບັນດາປະເທດທາງທິດຕາເວັນຕົກ ວ່າ ທ່ານຈະບໍ່ຍອມຮັບ “ຄວາມຮຽກຮ້ອງເກີນໄປ” ໃນການເຈລະຈານິວເຄຼຍ ເຊິ່ງຄາດວ່າຈະເຊື່ອມຕໍ່ຄືນໃໝ່ໃນທ້າຍເດືອນນີ້ ພາຍຫຼັງຖືກຢຸດຕິມາເປັນເວລາ 5 ເດືອນ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີີີ​ຣານ​ ຢັ້ງ​ຢືນ ບໍ່​ຍອມ​ຮັບ​ຄວາມ​ຮຽກ​ຮ້ອງ “ເກີ​ນ​ໄປ” ໃນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ - ảnh 1ທ່ານປະທານາທິບໍດີ ອີຣານ Ebrahim Raisi (ພາບ: TTXVN)
ກ່າວຄຳເຫັນທີ່ພິທີໜຶ່ງ ຢູ່ນະຄອນ Semnam, ທາງທິດຕາເວັນອອກຂອງ ນະຄອນຫຼວງ Tehran, ທ່ານ Rassi ຢັ້ງຢືນວ່າ ອີຣານ ຈະບໍ່ຖອນຕົວອອກຈາກໂຕະເຈລະຈາ ແຕ່ກໍ່ຈະຄັດຄ້ານທຸກຄວາມຮຽກຮ້ອງເກີນໄປ (ຂອງຝ່າຍຕາເວັນຕົກ) ເຊິ່ງອາດຈະກໍ່ຜົນເສຍຫາຍຕໍ່ຜົນປະໂຫຍດຂອງປະຊາຊົນປະເທດນີ້. ທ່ານປະກາດວ່າ: “ພວກຂ້າພະເຈົ້າຈະບໍ່ຖອຍ ບໍ່ວ່າພາຍໃຕ້ຮູບການໃດ ເມື່ອກ່ຽວຂ້ອງເຖິງຜົນປະໂຫຍດຂອງ ປະຊາຊົນອີຣານ, ແຕ່ວ່າ ຈະສືບຕໍ່ມານະພະຍາຍາມ ເຮັດໃຫ້ຄຳສັ່ງລົງໂທດທີ່ມີລັກສະນະຈັດວາງ ໝົດຜົນສັກສິດ, ກໍ່ຄືມີການກະທຳເພື່ອຍົກເລີກຄຳສັ່ງລົງໂທດດັ່ງກ່າວ”.

ທ່ານປະທານາທິບໍດີ Raisi ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວ ພາຍຫຼັງ ວັນທີ 3 ພະຈິກ, ອີຣານ ໄດ້ເຫັນດີເປັນເອກະພາບເຊື່ອມຕໍ່ການເຈລະຈາກັບ ປະເທດມະຫາອຳນາດ ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍໃນສະພາບການທີ່ບັນດາປະເທດທາງທິດຕາເວັນຕົກ ຖືວ່າ: ໂຄງການນິວເຄຼຍ ຂອງ Tehran ພວມກ້າວໄປເຖິງລະດັບອັນຕະລາຍ ສ່ວນ ອິດສະລາແອັນ ກໍ່ນາບຂູ່ຈະບຸກໂຈມຕີ.


ຕອບກັບ

ຂ່າວ/ບົດ​ອື່ນ