ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເອົາ​ລົງ​ສື່​ສັງ​ຄົມ​ກ່ຽວ​ກັບ​ສານ​ທີ່​ມີ​ຄວາມ​ໝາຍ​ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ພ້ອມກັບຂໍ້ຕົກລົງຮ່ວມມືໃໝ່ ກ່ຽວກັບທາດເຄິ່ງຊັກນຳໄຟຟ້າ ຈະຊ່ວຍໃຫ້ສອງປະເທດພ້ອມກັນສ້າງອະນາຄົດທີ່ໝັ້ນຄົງເຂັ້ມແຂງກວ່າ”.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເອົາ​ລົງ​ສື່​ສັງ​ຄົມ​ກ່ຽວ​ກັບ​ສານ​ທີ່​ມີ​ຄວາມ​ໝາຍ​ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໃນພິທີຕ້ອນຮັບ (ພາບ: VOV)

ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສະແດງຄວາມຂອບໃຈພາຍຫຼັງສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 10 – 11 ກັນຍາ, ພ້ອມທັງຕີລາຄາສູງຕໍ່ການພົບປະກັບການນຳຂັ້ນສູງ ຫວຽດນາມ. ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ X (ເຊິ່ງກ່ອນນີ້ແມ່ນ Twitter) ໃນວັນທີ 11 ກັນຍາ, ພາຍຫຼັງກັບເມືອປະເທດ, ທ່ານປະທານາທິບໍດີ Joe Biden ໄດ້ຂອບໃຈທ່ານປະທານປະເທດ ຫວໍວັນເຖືອງ ທີ່ໄດ້ມີການພົບປະທີ່ນຳມາເຊິ່ງໝາກຜົນສຳຄັນຫຼາຍຢ່າງ. ການພົວພັນຄູ່ຮ່ວມມືໃນປັດຈຸບັນ ໄດ້ວາງເປົ້າໝາຍປຸກລຸກຄວາມສາມາດບົ່ມຊ້ອນຂອງປະຊາຊົນສອງປະເທດ ແລະ ເປີດກາລະໂອກາດດີງາມຈຳນວນຫຼາຍ”.

ໃນບົດຂຽນໜຶ່ງທີ່ໄດ້ເອົາລົງກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Joe Biden ໄດ້ກ່າວວ່າ: “ເປັນໜ້າຈັບໃຈແທ້ ເມື່ອໄດ້ນັ່ງໂອ້ລົມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ຮ່າໂນ້ຍ”. ທ່ານຊີ້ແຈ້ງວ່າ: “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ພ້ອມກັບຂໍ້ຕົກລົງຮ່ວມມືໃໝ່ ກ່ຽວກັບທາດເຄິ່ງຊັກນຳໄຟຟ້າ ຈະຊ່ວຍໃຫ້ສອງປະເທດພ້ອມກັນສ້າງອະນາຄົດທີ່ໝັ້ນຄົງເຂັ້ມແຂງກວ່າ”.

ກ່ອນໜ້ານັ້ນ, ໃນສານສະບັບທຳອິດທີ່ໄດ້ເອົາລົງພາຍຫຼັງເດີນທາງມາຮອດ ຫວຽດນາມ  ໃນວັນທີ 10 ກັນຍາ, ທ່ານປະທານາທິບໍດີ Joe Biden ໄດ້ຢັ້ງຢືນວ່າ: ຫວຽດນາມ ແລະ ອາເມລິກາ ມີໂອກາດໃຫຍ່ຫຼວງກາຍເປັນຄູ່ຮ່ວມມືສຳຄັນ. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາ ອາດຈະບັນລຸໄດ້ຄວາມປາດຖະໜາລວມຂອງສອງປະເທດ ກ່ຽວກັບອະນາຄົດແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ