ທ່ານປະທານາທິບໍດີ ອາເມລິກາ ນາບຂູ່ ຈັດວາງອັດຕາພາສີ ຖ້າຫາກ ຈີນ ໂຕ້ຕອບໃນສົງຄາມການຄ້າ

(VOVWORLD) -ວັນທີ 9 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ຈະຈັດວາງອັດຕາພາສີສໍາລັບສິນຄ້ານໍາເຂົ້າຈາກຈີນ ລວມມູນຄ່າ 267 ຕື້ USD, ຖ້າຫາກ ປັກກິ່ງ ມີການກະທໍາໂຕ້ຕອບຄືນບັນດາມາດຕະການໃໝ່ນີ້ຂອງ ວໍຊິງຕັນ ໃນສົງຄາມການຄ້າ ທີ່ພວມປີນຂັ້ນໄດ ລະຫວ່າງສອງຝ່າຍ. 

ກ່າວຄໍາເຫັນຕໍ່ວົງການນັກຂ່າວ ທີ່ທໍານຽບຂາວ, ທ່ານປະທານາທິບໍດີ Donald Trump ຖືວ່າ ຈີນ ຍັງບໍ່ທັນກຽມພ້ອມໃຫ້ແກ່ ຂໍ້ຕົກລົງການຄ້າ ແລະ ການພົບປະຄັ້ງຕ່າງໆລະຫວ່າງວົງການເຈົ້າໜ້າທີ່ສອງຝ່າຍ ທີ່ຖືກຍົກເລີກໄປນັ້ນ.

        ເດືອນແລ້ວນີ້, ທ່ານປະທານາທິບໍດີ Donald Trump  ໄດ້ຈັດວາງອັດຕາພາສີສໍາລັບສິນຄ້ານໍາເຂົ້າຂອງ ຈີນ ລວມມູນຄ່າ ເກືອບ 200 ຕື້ USD ແລະນາບຂູ່ວ່າ ຈະຈັດວາງອັດຕາພາສີຕື່ມອີກ ຖ້າຫາກ ຈີນ ມີການໂຕ້ຕອບ.  ເພື່ອໂຕ້ຕອບຄືນ, ຈີນ ກໍ່ໄດ້ຈັດວາງອັດຕາພາສີ ສໍາລັບສິນຄ້ານໍາເຂົ້າຈາກອາເມລິກາ ລວມມູນຄ່າ ປະມານ 60 ຕື້ USD ໃນທັນທີ.

        ແລະກໍໃນວັນດຽວກັນ, ສໍານັກຂ່າວສານ Bloomberg ໄດ້ເອົາຖະແຫຼງຂອງທ່ານລັດຖະມົນຕີການຄ້າ ຈີນ ຈູງຊາງ ລົງໃນໜ້າເວັບ, ໃນນັ້ນ ໄດ້ຢັ້ງຢືນໃຫ້ເຫັນເຖິງຫຼັກໝັ້ນບໍ່ຜ່ອນສັ້ນຜ່ອນຍາວຂອງ ປັກກິ່ງ ໃນການຮັບມືກັບ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ