ທ່ານປະທານາທິບໍດີ ອາເມລິກາ ໃຫ້ສັດຕະຍາບັນຄຳສັ່ງລົງໂທດແນໃສ່ໂຄງການ “ກະແສໄຫຼທາງທິດເໜືອ 2”

(VOVWORLD) -ຕອນເຊົ້າວັນທີ 21 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນໃຫ້ສັດຕະຍາບັນຄຳສັ່ງລົງໂທດສຳລັບບັນດາບໍລິສັດທີ່ເຂົ້າຮ່ວມໂຄງການທໍ່ສົ່ງອາຍແກັດ “ກະແສໄຫຼທາງທິດເໜືອ 2”. 

ບັນດາຄຳສັ່ງລົງໂທດ ເຄີຍຖືກຂັດຄ້ານຈາກສະຫະພາບ ເອີຣົບ (ອີຢູ), ນອນໃນໂຄງການໃຊ້ຈ່າຍການປ້ອງກັນຊາດໃນປີການເງິນ 2020 ໂດຍທ່ານປະທານາທິບໍດີ Trump ເຊັນຢູ່ຖານທີ່ໝັ້ນ Andrews ຢູ່ນອກນະຄອນຫລວງ ວໍຊິງຕັນ. ເປົ້າໝາຍຂອງຄຳສັ່ງລົງໂທດ ແມ່ນບັນດາບໍລິສັດກໍ່ສ້າງທໍ່ສົ່ງອາຍແກັດ “ກະແສໄຫຼທາງທິດເໜືອ 2” ຜ່ານທ້ອງທະເລ Baltic. ໂຄງການດັ່ງກ່າວ ມີມູນຄ່າ 11 ຕື້ USD ແລະ ຄາດຄະເນວ່າ ຈະເພີ່ມປະລິມານອາຍແກັດທຳມະຊາດທົບ 2 ເທົ່າຈາກ ລັດເຊຍ ໄປຍັງ ເຢຍລະມັນ, ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ສຸດ ເອີຣົບ. ວັນທີ 17 ທັນວາ ຜ່ານມາ, ສະພາຕ່ຳ ແລະ ສະພາສູງ ອາເມລິກາ ລ້ວນແຕ່ປ່ອນບັດຮັບຮອງເອົາເລື່ອງອະນຸຍາດຈັດວາງບັນດາມາດຕະການລົງໂທດ.

ຕອບກັບ

ຂ່າວ/ບົດ​ອື່ນ