ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸດ ຢ້ຽມ​ຢາມ ອີ​ຣານ ຢ່າງ​ເປັນ​ທາງ​ການ

(VOVWORLD) -ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ໄປຢ້ຽມຢາມ ອີຣານ ຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 30 ປີ. 

ຕອນຄ່ຳວັນທີ 12 ມີນາ, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ໄປຢ້ຽມຢາມ ອີຣານ ຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 30 ປີ. ພາຍຫຼັງທີ່ໄປຮອດນະຄອນຫຼວງ ເຕເຮຣານ, ທ່ານປະທານາທິບໍດີ ເບລາຣຸດ ໄດ້ພົບປະກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ, ຂຸດຄົ້ນ ແລະ ການຄ້າ ອີຣານ Seyyed Reza Fatemi Amin.

ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ຄາດວ່າຈະພົບປະສົນທະນາກັບທ່ານປະທານາທິບໍດີ ອີຣານ Ebrahim Raisi ກໍຄື ການນຳສູງສຸດ Ayatollah Ali Khamenei. ການຢ້ຽມຢາມດັ່ງກ່າວແມ່ນເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ, ພ້ອມທັງເພີ່ມທະວີການຄ້າ ແລະ ການລົງທຶນລວມ.

ຕອບກັບ

ຂ່າວ/ບົດ​ອື່ນ