ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸດ ສະ​ເໜີ ມາດ​ຕະ​ການ​ສ້າງ​ສັນ​ຕິ​ພາບ​ໃຫ້​ແກ່ ຢູ​ແກຼນ

(VOVWORLD) -ທ່ານປະທານາທິບໍດີ ປະເທດນີ້ Alexander Lukashenko ໄດ້ຍົກອອກມາດຕະການສ້າງສັນຕິພາບໃຫ້ແກ່ ຢູແກຼນ, ເຊິ່ງໃນນັ້ນ ມີຂໍ້ສະເໜີີແນະໃຫ້ຢຸດຍິງຢ່າງທັນທີ ແບບບໍ່ມີເງື່ອນໄຂຕັດສິນຊີ້ຂາດໃດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸດ ສະ​ເໜີ ມາດ​ຕະ​ການ​ສ້າງ​ສັນ​ຕິ​ພາບ​ໃຫ້​ແກ່ ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ປະເທດນີ້ Alexander Lukashenko (ພາບ: Tass)

ໃນສານປະຈຳປີ ທີ່ໄດ້ກ່າວຕໍ່ສະພາແຫ່ງຊາດ ເບລາຣຸດ ໃນວັນທີ 31 ມີນາ, ທ່ານປະທານາທິບໍດີ ປະເທດນີ້ Alexander Lukashenko ໄດ້ຍົກອອກມາດຕະການສ້າງສັນຕິພາບໃຫ້ແກ່ ຢູແກຼນ, ເຊິ່ງໃນນັ້ນ ມີຂໍ້ສະເໜີີແນະໃຫ້ຢຸດຍິງຢ່າງທັນທີ ແບບບໍ່ມີເງື່ອນໄຂຕັດສິນຊີ້ຂາດໃດ. ຕາມທ່ານ Alexander Lukashenko ແລ້ວ, ບັນດາຝ່າຍຕ້ອງຢຸດຕິການປະທະກັນ, ບໍ່ເຄື່ອນທັບ, ຂົນສົ່ງອາວຸດ ແລະ ອຸປະກອນຢູ່ ຢູແກຼນ. ໄປຄຽງຄູ່ກັນນັ້ນ, ບັນດາຝ່າຍກໍຕ້ອງດຳເນີນການເຈລະຈາກ່ຽວກັບມາດຕະການສັນຕິພາບຍາວນານໃຫ້ແກ່ Kiev, ນັບທັງບັນຫາຜືນແຜ່ນດິນ, ສ້າງປະເທດຄືນໃໝ່, ຄວາມໝັ້ນຄົງ ແລະ ບັນດາບັນຫາອື່ນ ເຊິ່ງບໍ່ຮຽກຮ້ອງມີເງື່ອນໄຂຕັດສິນຊີ້ຂາດໃດ.

        ໃນວັນດຽວກັນ, ກ່າວຄຳເຫັນທີ່ວາລະປະຊຸມຂອງສະພາຄວາມໝັ້ນຄົງ ສປຊ, ທ່ານ ເກີງສາງ ຮອງຫົວໜ້າຜູ້ຕາງໜ້າ ຈີນ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຈີນ ຈະສືບຕໍ່ສວມບົດບາດກໍ່ສ້າງ ໃນການບັນລຸໄດ້ຄຳສັ່ງຢຸດຍິງ ເພື່ອຢຸດຕິການປະທະກັນຢູ່ປະເທດ ເອີຣົບ ຕາເວັນອອກ ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ