ທ່ານປະທານາທິບໍດີສະຫະລັດອາເມລິກາBarackObamaເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ທ່ານປະທານາທິບໍດີສະຫະລັດອາເມລິກາBarackObamaເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Barack Obama 
ພົບ​ປະ​ເຈ​ລະ​ຈາ ​ກັບ​ທ່ານ ເຈີ່ນ​ດາຍກວາງ ປະ​ທານ​ປະ​ເທດ​ຫວຽດ​ນາມ
(ພາບ: TTXVN)

(vovworld)- ໃນ​​ວ​ັນ​ທີ 23/5, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ອາ​ເມ​ລິ​ກາ Barack Obama  ເລີ່ມ​ຕົ້ນ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ ທ່ານ ເຈີ່ນ​ດາຍກວາງ ປະ​ທານ​ປະ​ເທດ​ຫວຽດ​ນາມ. ຕອນ​ເຊົ້າ​ວັນ​ທີ 23/5, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ ​ຢ່າງ​ເປັນ​ທາງ​ການ​ ທີ່ ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Barack Obama  ​ໄດ້​ພົບ​ປະ​ເຈ​ລະ​ຈາ ​ກັບ​ທ່ານ ເຈີ່ນ​ດາຍກວາງ ປະ​ທານ​ປະ​ເທດ​ຫວຽດ​ນາມ. ການ​ນຳສອງທ່ານກໍ່ໄດ້​ເປັນ​ປະ​ທານ​ການປະ​ຊຸມ​ຂ່າວ​ຮ່ວມ ​​ທີ່ດຳ​ເນີນຫຼັງ​ຈາກນັ້ນ. ຕອນ​ທ່ຽງ​ວັນ​ທີ 23/5, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ​​ມີ​ການ​ພົບ​ປະ​ກັບ​ ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະທານ​ສະ​ພາ​ແຫ່ງ​ຊາດ. ​ກໍ່ຕອນ​ບ່າຍ​ຂອງວັນ​ດຽວກັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama   ມີ​​ບັນ​ດາການ​ພົບ​ປະ ສອງ​ຝ່າຍກັບ ​ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່, ຄະ​ນະ​​ບໍ​ລິ​ຫານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ທ່ານ ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ສ ຫວຽດ​ນາມ.

        ການ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama  ຈະ​ປະ​ກອບ​ສວນ​ປັບ​ປຸງ​, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່ຮ່ວ​ມ​ມືຮອບ​ດ້ານ ຫວຽດ​ນາມ-ອາ​ເມ​ລິ​ກາ.

   

ຂ່າວ/ບົດ​ອື່ນ